ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງປະມວນກົດໝາຍອາຍາ(ສະບັບປັບປຸງ)

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງປະມວນກົດໝາຍອາຍາ(ສະບັບປັບປຸງ) - ảnh 1
ສະພາແຫ່ງຊາດປຶກສາຫາລືກ່ຽວກັບ
ຮ່າງປະມວນກົດໝາຍອາຍາ(ສະບັບປັບປຸງ)
(ພາບປະກອບ)


(vovworld) -  ວັນ​ທີ 30/10, ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວ​ກັບ​ເນື້ອ​ໃນ​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງຮ່າງ​ປະມວນ​ກົດໝາຍ​ອາຍາ(ສະບັບ​ປັບປຸງ)

ທີ່​ວາລະ​ປະຊຸມ, ສະມາຊິກ​ສະພາ​ແຫ່ງ​ຊາດ​ສ່ວນ​ຫຼາຍ​ໄດ້​ເຫັນ​ດີ​ໂດຍ​ຖື​ວ່າ, ປະ​ມວນ​ກົດໝາຍ​ໄດ້​ຮັບ​ການ​ປັບປຸງ​ຕາມ​ຈິດ​ໃຈ​ປະຕິ​ຮູບ​ດ້ານ​ຕຸລາການ, ຊົມ​ເຊີຍ​ເລື່ອງ​ຫຼຸດຜ່ອນ​ຮູບ​ການ​ລົງ​ໂທດ​ປະຫານ​ຊີວິດ​ສຳລັບບາງ​ໂທດ, ​ເພີ່ມ​ຮູບ​ການ​ປັບ​ໄໝ​ລົງ​ໂທດ​ດ້ວຍ​ເງິນ ​ແລະ ດັດ​ສ້າງ​ໂດຍ​ບໍ່​ກັດ​ຂັງ; ບໍ່​ຫັນ​ເປັນ​ຄະດີ​ອາຍາ​ບາງ​ໂທດ ​ແລະ ຫັນ​ເປັນ​ຄະດີ​ອາຍາ​ບາງ​ໂທດທີ່​ຈຳ​ເປັນ. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ກໍ່​ສະ​ເໜີ​ເພີ່ມ​ເຕີມ, ປັບປຸງ​ບາງ​ເນື້ອ​ໃນ​ໃນ​ຮ່າງ​ກົດໝາຍ. ທ່ານ ຫງວຽນ​ເລິ​ມ​ແທ່ງ, ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ​ລ້າງ​ເຊີນ, ປະກອບ​ຄວາມ​ຫັນ​ວ່າ:

        “ຂ້າພະ​ເຈົ້າ​ສະ​ເໜີ​ເພີ່ມ​ເຕີມ​ມາດຕາ​ໃໝ່​ທີ່​ກຳນົດ​ໂທດ​ຜະລິດ, ຄ້າຂາຍ, ນຳ​ໃຊ້​ທາດ​ເກືອດ​ຫ້າມ, ສານພິດ​​ເກີນ​ກຳນົດ​ໃນ​ການ​ປູກຝັງ, ລ້ຽງສັດ, ຮັກສາ, ປຸງ​ແຕ່ງ​ຜັກ, ໝາກ​ໄມ້ ​ແລະ ສະບຽງ​ອາຫານ. ການ​ປັບ​ໄໝ​ລົງ​ໂທດ​ນີ້ ກໍ່​ຄ້າຍຄື​ກັນ​ກັບ​ການ​ປັບ​ໄໝ​ລົງ​ໂທດ​ສຳລັບ​ກໍລະນີ​ຜະລິດ, ຄ້າຂາຍທັນ​ຍາ​ຫານ, ສະບຽງ​ອາຫານ​ປອມ. ນີ້​ແມ່ນ​ມາດ​ຕະການ​ຈຳ​ເປັນ​ທີ່​ສຸດ, ​ເພື່ອ​ແນ​ໃສ່​ຮັບປະກັນ​ໃຫ້ການ​ຜະລິດ​ປອດ​​ໃສ, ພິ​​ເສດ​ໃນ​ວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ“.

        ​ແລະ​ກໍ່​ຢູ່​ທີ່​ວາລະ​ປຶກສາ​ຫາລື, ກະຊວງ​ຍຸຕິ​ທຳ​ກໍ່​ລາຍ​ງານ ​ໄດ້​ຮັບ​ຄວາມ​ເຫັນ​ປະກອບ​ຂອງ​ປະຊາຊົນ​ປະມານ 7 ລ້ານ​ເທື່ອ ສຳລັບ​ຮ່າງ​ປະມວນ​ກົດໝາຍ​ອາຍາ​ສະບັບ​ປັບປຸງ. ຕາມ​ຄວາມ​ເຫັນ​ຕີ​ລາຄາ​ລວມຂອງ​ປະຊາຊົນ​ແລ້ວ, ຮ່າງ​ປະມວນ​ກົດໝາຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ບັນດາ​ທັດສະນະ​ໃໝ່​ກ່ຽວ​ກັບ​ການ​ປະຕິ​ຮູບ​ດ້ານ​ຕຸລາການ, ການ​ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ, ການ​ປົກ​ປ້ອງ​ສິດທິ​ມະນຸດ, ສິດ​ພົນລະ​ເມືອງ ​ແລະ ປົກ​ປັກ​ຮັກສາ​ຊາຍ​ແດນ, ຜືນ​ແຜ່ນດິນ, ການ​ຫັນ​ເປັນ​ລະບອບ​ບັນດາ​ສົນທິສັນຍາ​ສາກົນ​ເຊິ່ງຫວຽດນາມ ​ເປັນ​ສະມາຊິກ

ຂ່າວ/ບົດ​ອື່ນ