ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງປະມວນກົດໝາຍອາຍາສະບັບປັບປຸງ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງປະມວນກົດໝາຍອາຍາສະບັບປັບປຸງ - ảnh 1
ສ​ສ​ຊ ເຮັດ​ວຽກ​ຢູ່​ໜ່ວຍ

(vovworld) – ໂດຍ​ສືບ​ຕໍ່​ລາຍ​ການ​ເຮັດ​ວຽກ​ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ​ 2, ສະ​ພາ​ແຫ່ງ​ຊາດ​ຊຸ​ດ​ທີ 14, ວັນ​ທີ 26/10, ສ​ະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດ​ໝ​າຍ​ອາ​ຍາ ຊຸດ​ທີ 14 ປີ 2015 ແລະ ຮັບ​ຟັງ​ບົດ​ລາຍ​ງານ, ອະ​ພິ​ປາຍ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ.

        ກ່ອນ​ໜ້ານັ້ນ, ວັນ​ທີ 25/10, ສະ​ພາ​ແຫ່ງ​ຊາດ​ໄດ້​ສ​ະ​ຫງວນ​ເວ​ລາມື້​ໜຶ່ງ​ເພື່ອ​​ປຶກ​ສາ​ຫາ​ລື​ຮ່າງ​ກົດ​ໝາຍວ່າ​ດ້ວຍ​ສະ​ມາ​ຄົມ. ຜ່ານ​ການ​ປຶກ​ສາ​ຫາ​ລື, ບັນ​ດາ​​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ສະ​ເໜີ​ໃຫ້​ສ​ະ​ພາ​ແຫ່ງ​ຊາດ​ຕ້ອງ​ສະ​ຫງວນ​ເວ​ລາ​ຕື່ມ​ອີກ​ເພື່ອ​ສືບ​ຕໍ່​ຄົ້ນ​ຄ້​ວາ, ເພີ່ມ​ເຕີ​ມ ແລະ ຮັບ​ເອົາ​ຄຳ​ເຫັນ​ຢ່າງ​ກ້​ວາງ​ຂວາງ​ຈາກ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ ແລະ ບັນ​ດາ​ເປົ້າ​ໝາຍ​ຖືກ​ຜົນ​ສະ​ທ້ອນ​. ດ້ານ​ອື່ນ, ມີຫຼາຍ​ຄຳ​ເຫັນ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ, ສຳ​ລັບ​ສະ​ມາ​ຄົມ​ບໍ່​ຮ່ວມ​ກຸ່ມ, ​ການເຂົ້າ​​ເປັນ​ສະ​ມາ​ຊິກບັນ​ດາ​ສະ​ມາ​ຄົມ​​ຕ່າງ​ປະ​ເທ​ດ, ​ການຮັບ​ອຸ​ປະ​ຖຳ​ຈາກ​ຕ່າງ​ປະ​ເທດ, ພຽງ​​ແຕ່ຈຳ​ກັດ​​ສຳ​ລັບ​ບັນ​ດາ​ກໍ​ລະ​ນີ​ສົ່ງ​ຜົນ​ເສຍ​ຫາຍ​ເຖິງ​ຄວາມ​ໝັ້ນ​ຄົງ, ການ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ, ສ່ວນ​ສຳ​ລັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ເໝາະ​ສົມ​ກັບ​ຈຸດ​ປະ​ສົງ​ຂອງ​ສະ​ມາ​ຄົມ​​ແມ່ນບໍ່​​ຄວນ​ຈຳ​ກັດ.


ຂ່າວ/ບົດ​ອື່ນ