ສະ​ພາ​ແຫ່ງ​ຊາດ​ປຶກ​ສ​າ​ຫາ​ລື​ກ່ຽວ​ກັບ​ຮ່າງ​ມະ​ຕິ​ວ່າ​ດ້ວຍ​ອຳ​ນາດ​ການ​ປົກ​ຄອງ​ຕົວ​ເມືອງ ນະ​ຄອນ​ໂຮ່​ຈີ​ມິນ ແລະ ຜ່ານ​ມະ​ຕິ​ວ່າ​ດ້ວຍ​ບຸກ​ຄະ​ລາ​ກອນ

(VOVWORLD) -ຕອນເຊົ້າວັນທີ 12 ພະຈິກ, ສະພາແຫ່ງຊາດຫວຽດນາມ ໄດ້ປຶກສາຫາລືກ່ຽວກັບຮ່າງມະຕິວ່າດ້ວຍການຈັດຕັ້ງອຳນາດການປົກຄອງຕົວເມືອງຢູ່ນະຄອນໂຮ່ຈີມິນ ແລະ ຜ່ານມະຕິວ່າດ້ວຍການໃຫ້ສັດຕະຍາບັນແຕ່ງຕັ້ງບັນດາລັດຖະມົນຕີກະຊວງວິທະຍາສາດ - ເຕັກໂນໂລຢີ...
ສະ​ພາ​ແຫ່ງ​ຊາດ​ປຶກ​ສ​າ​ຫາ​ລື​ກ່ຽວ​ກັບ​ຮ່າງ​ມະ​ຕິ​ວ່າ​ດ້ວຍ​ອຳ​ນາດ​ການ​ປົກ​ຄອງ​ຕົວ​ເມືອງ ນະ​ຄອນ​ໂຮ່​ຈີ​ມິນ ແລະ ຜ່ານ​ມະ​ຕິ​ວ່າ​ດ້ວຍ​ບຸກ​ຄະ​ລາ​ກອນ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມ (ພາບ: quochoi.vn) 
 ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ຕອນເຊົ້າວັນທີ 12 ພະຈິກ, ສະພາແຫ່ງຊາດຫວຽດນາມ ໄດ້ປຶກສາຫາລືກ່ຽວກັບຮ່າງມະຕິວ່າດ້ວຍການຈັດຕັ້ງອຳນາດການປົກຄອງຕົວເມືອງຢູ່ນະຄອນໂຮ່ຈີມິນ ແລະ ຜ່ານມະຕິວ່າດ້ວຍການໃຫ້ສັດຕະຍາບັນແຕ່ງຕັ້ງບັນດາລັດຖະມົນຕີກະຊວງວິທະຍາສາດ - ເຕັກໂນໂລຢີ, ລັດຖະມົນຕີກະຊວງສາທາລະນະສຸກ, ຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ, ຜູ້ພິພາກສາສານປະຊາຊົນສູງສຸດ.

        ໃນຕອນບ່າຍຂອງວັນດຽວກັນ, ສະມາຊິກສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາມະຕິວ່າດ້ວຍແຜນງົບປະມານແຫ່ງລັດ ປີ 2021, ປຶກສາຫາລືກ່ຽວກັບບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ ບໍລິສັດໃຫຍ່ການບິນ ຫວຽດນາມ ຍ້ອນຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ແລະ ຮ່າງມະຕິວ່າດ້ວຍການທົດລອງການຄຸ້ມຄອງ, ນຳໃຊ້ທີ່ດິນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ສົມທົບກັບການອອກແຮງງານທຳການຜະລິດ ແລະ ສ້າງເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ