ສະພາແຫ່ງຊາດປຶກສາຫາລືກ່ຽວກັບເສດຖະກິດ-ສັງຄົມ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບເສດຖະກິດ-ສັງຄົມ - ảnh 1
ທ່ານ ​ເຈີ່ນຢູລີກ, ສສຊ ນະຄອນ ​ໂຮ່ຈີ​ມິນ
(ພາບ: Việt Dũng)

(vovworld) – ກ່ຽວ​ກັບ​ສະພາບ​ການ​​ເສດຖະກິດ - ສັງຄົມ​ປີ 2013 ​ແລະ 3 ປີ 2011 – 2013, ຕາມ ສສຊ ຫຼາຍ​ທ່ານ​ແລ້ວ, ໝາກຜົນ​ພົ້ນ​ເດັ່ນ​ທີ່​ສຸດ​ໃນ​ປີ 2013 ​ແມ່ນ​ເພີ່ມ​ທະວີ​ບັນດາ​ປັດ​ໄຈ​ຮັກສາ​ເສດຖະກິດ​ມະຫາ​ພາກ. ສິ່ງ​ດັ່ງກ່າ​ວສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ໃນ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາຕະຫຼາດ​ເງິນຕາ​ເປັນ​ປົກກະຕິ​ເທຶ່ອລະ​ກ້າວ ​ແລະ ​ເສດຖະກິດ​ພວມ​ມີ​ທ່າ​ຟື້ນ​ຟູ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ການ​ພັດທະນາ​​ເສດຖະກິດ - ສັງ​ຄົມ ຍັງ​ມີ​ບາງ​ບັນຫາ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ ສສຊ, ຊຶ່ງສະ​ເໜີ້​ໃຫ້​ລັດຖະບານ​ວາງ​ອອກ​ບັນດາ​ມາດ​ຕະການ​ລະອຽດ​ໃນ​ວິວັດ​ການ​ປະຕິບັດ.

    ກ່ຽວ​ກັບ​ຈຸດໝາຍ​ປີ 2014, ສສຊ ຫຼາຍ​ທ່ານ​ໄດ້​ຊົມ​ເຊີຍ​ເລື່ອງ​ລັດຖະບານ​ວາງ​ອອກ​ຈຸດໝາຍ​ໃຫ້​ທັງ 2 ປີ​ຕໍ່ໜ້າ, ດ້ວຍ 2 ​ຕົວ​ເລກຄາດໝາຍສຳຄັນ​​ແມ່ນ​ການ​ເຕີບ​ໂຕ GDP ​ສະ​ເລ່ຍ 6%/ປີ ​ແລະ ​ໄພ​ເງິນ​ເຟີ້​ຢູ່​ໃນ​ລະດັບ 7%/ປີ. ທ່ານ ​ເຈີ່ນຢູລີກ, ສສຊ ນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຂໍ້​ສັງ​ເກດ​ວ່າ:

“ຂ້າພະ​ເຈົ້າ​ເຫັນ​ດີ​ຕໍ່​ເລື່ອງ​ຫັນ​ທັດສະນະ​ຄວບ​ຄຸ​ມ​ໄພ​ເງິນ​ເຟີ້ ໄປສູ່ການຄວບ​ຄຸມ​ໄພ​ເງິນ​ເຟີ້ດ້ວຍເປົ້າໝາຍ. ນີ້​ແມ່ນ​ຈຸດ​ທີ່​ສຳຄັນ​ເພື່ອ​ບໍລິຫານ​ໃນ​ໄລຍະ​ຈະ​ມາ​ເຖິງ. ບົນ​ຈິດ​ໃຈ​ນັ້ນ, ຂ້າພະ​ເຈົ້າ​ເຫັນດີ​ວ່າ: ພວກ​ເຮົາ​ບໍ່ຄວນ​ຮ້ອນ​ເຮັ່ງ​ຕໍ່ບັນຫາ​ຊຸກຍູ້​ການ​ເຕີບ​ໂຕ​ເພື່ອ​ເຮັດ​ໃຫ້​ເງີ​ນ​ເຟີ້​ເກີດ​ຂຶ້ນ​ຄືນ​ໃໝ່. ​ເພື່ອ​ເຮັດ​​​ໃຫ້​ໄດ້​ວຽກ​ງານ​ນີ້, ກ່ຽວ​ກັບ​ມາດ​ຕະການແກ້ໄຂ, ຂ້າພະ​ເຈົ້າ​ສະ​ເໜີ 2 ​ເນື້ອ​ໃນ. ທີ່​ໜຶ່ງ​ແມ່ນ​ກ່ຽວ​ກັບ​ບັນດາ​ນະ​ໂຍບາຍ​ໃຫ້​ປີ 2014 – 2015. ທີ 2 ​ແມ່ນ​ກ່ຽວ​ກັບ​ນະ​ໂຍບາຍ​ປີກງົບປະມານ, ​ໃນ​ການ​ບໍລິຫານ​ນະ​ໂຍບາຍແມ່ນ​ພະຍາຍາມ​ນຳ​ໃຊ້​​ແຫຼ່ງ​ເງິນ​ງົບປະມານ​ຢ່າງ​ມີ​ປະສິດທິ​ຜົນ.”

    ກໍ່​ຢູ່​​ໃນ​ວາລະ​ປຶກສາ​ຫາລື​ໃນ​ຕອນ​ເຊົ້າວັນ​ທີ 31/10, ​​ມີ ສສຊ ຫຼາຍ​ທ່ານ​ໄດ້​ເຕື້ອງ​ເຖິງຂົງ​ເຂດ​ຜະລິດ​ກະສິກຳ​. ທ່ານ ຫງວຽນ​ແທງ​ຮູ່ງ, ສສຊ ​ແຂວງ ດົ່ງ​ທາ​ບ, ສະ​ເໜີ​ວ່າ:

    “​ເລື່ອງ​ສ້າງ​ໂຄງ​ປະກອບ​ກະສິກຳ​ຄືນ​ໃໝ່​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຈຳ​ເປັນ. ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ວາງ​ອອກ, ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ລັດຖະບານ​ຄວນ​ກວດກາ, ສ້າງ​ກົນ​ໄກ​ນະ​ໂຍບາຍ​ສຳລັບ​ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ​ໃຫ້​ສົມ​ບຸນ​ແບບ, ​ໃນ​ນັ້ນ​ຄວນ​ສຸມ​ໃສ່​ແກ້​ໄຂ 2 ​ບັນຫາຕິດຂັດໃນ​ປະຈຸ​ບັນ​ນັ້ນ​ແມ່ນ​ຄຸນ​ນະພາ​ບບັນດາ​ສະຫະກອນ ​ແລະ ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ​ຂອງ​ວິ​ສາ​ຫະກິດ​ເຂົ້າ​ໃນ​ຂະ​ແໜງ​ກະສິກຳ. ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ລັດຖະບານ​ປະກາດ​ໃຊ້​ຂໍ້ຕົກລົງ​ກ່ຽວ​ກັບ​ນະ​ໂຍບາຍ​ສົ່ງ​ເສີມ, ໜູນ​ຊ່ວຍ​ຮູບ​ແບບ​ການ​ຜະລິດ​ຕິດ​ພັນ​ກັບ​ການຈຳໜ່າຍ, ມີ​ນະ​ໂຍບາຍ​ໜູນ​ຊ່ວຍ​ພັດທະນາ​ເຂດວັດຖຸດິບ​, ພັດທະນາ​ອຸດສາຫະກຳ​ສຳຮອງ​ຜະລິດ​ຫົວອາຫານ​ສັດ.”

         ສ່ວນທ່ານ ​ເຈີ​ນງອກ​ມິ​ງ, ສະມາຊິກ​ສະພາ​ແຫ່ງ​ຊາດ ນະຄອນ​ຫາຍ​ຟ່ອງ ສະ​ເໜີ​ວ່າ.

        “ພວກ​ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ລັດຖະບານ​ຕ້ອງ​ໃຫ້​ບຸລິມະສິດ​ກວ່າ​ອີກ ​ເພື​ອ່ພັດທະນາ​ກະສິກຳ, ຍົກ​ສູງ​ຄຸນ​ນະພາ​ບ, ​ມູນ​ຄ່າ​ການ​ຜະລິດ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ພັດທະນາ​ກະສິກຳ​ຢ່າງ​ໝັ້ນຄົງ, ສົ່ງ​ເສີມ​ຊາວ​ກະສິກອນ​ຜະລິດ, ຍູ້​ແຮງ​ການ​ນຳ​ໃຊ້​ບັນດາ​ເຂດ​ຜະລິດ​ປູກ​ຝັງ​ໂດຍ​ສຸ​ມ​ໃສ່​​ແນວ​ປູກ​ຢ່າງ​ດຽວ, ລ້ຽງສັດ​ດ້ວຍ​ຂອບ​ຂະໜາດ​ໃຫຍ່, ​ແນະ​ນຳ​​ໃຫ້​ຊາວ​ກະສິກອນ​ເລືອກ​ເອົາ​​ແນວ​ປູກ, ສັດລ້ຽງ​ທີ່​ເໝາະ​ສົມ... ຢ່າງ​ມີ​ປະສິດທິ​ຜົນ,”.

        ​ເຂົ້າ​ຮ່ວມ​ລາຍ​ງານ​ອະພິປາຍ​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ເຊິ່ງບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ເຕື້ອງ​ເຖິງ, ທ່ານ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ກາວ​ດຶດຟ໋າດ ​ໃຫ້​ຮູ້​ວ່າ.

        “ກ່ຽວ​ກັບ​ການວາງ​ແຜນກຳນົດ​ທີ່​ດິນ​ປູກ​ເຂົ້າ, ພວກ​ຂ້າພະ​ເຈົ້າ​ສຸມ​ໃສ່​ສ້າງ​ເອກະສານ​ແນະນຳ​ໃຫ້ພໍ່​ແມ່​ປະຊາຊົນ​ຮັກສາ​ດິນ​ປູກ​ເຂົ້າ, ​ແຕ່​ອາດ​ຈະ​ຫັນປ່ຽນ​ໂຄງ​ປະກອບ​ຜົນລະປູກ ​ເພື່ອ​ມີ​ລາຍ​ຮັບ​ສູງ​ກວ່າ. ກ່ຽວ​ກັບປາຈາ, ພວກ​ຂ້າພະ​ເຈົ້າພວມ​ປັບປຸງ​ເລື່ອງ​ດຳ​ເນີນ​ທຸລະ​ກິດ ​ແລະ ການສົ່ງ​ອອກ, ສະກັດ​ກັ້ນ​ສະພາບ​ແກ້ງ​ແຍ່ງ​ທີ່ບໍ່​ສົດ​ໄສ, ຂາຍ​ບຸບລາຄາ, ທຳລາຍ​ຊື່​ສຽງ. ກ່ຽວ​ກັບ​ໄລຍະ​ຍາວ, ກະຊວງພວມ​ປັບປຸງ​ແຜນກຳນົດ ​ແລະ ​ໄດ້​ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ​ດຳລັດ​ຄຸ້ມ​ຄອງ, ຜະລິດ, ດຳ​ເນີນ​ທຸລະ​ກິດ​ຄ້າຂາຍປາຈາ ພ​້ອ​ມທັງ​ສົມທົບ​ກັນ​ຜັນ​ຂະຫຍາຍ​ຮູບ​ແບບ​ຮ່ວມ​ສຳພັນໃນ​ຂົງ​ເຂດ​ນີ້”.

 

 

ຂ່າວ/ບົດ​ອື່ນ