ສະພາແຫ່ງຊາດປຶກສາຫາລືວິທີການຈັດແບ່ງງົບປະມານປີ 2014

ສະພາແຫ່ງຊາດປຶກສາຫາລືວິທີການຈັດແບ່ງງົບປະມານປີ 2014 - ảnh 1
ພັນທະ​ບັດ​ລັດຖະບານ
(ພາບປະກອບ)


(vovworld) - ​ວິທີ​ການຈັດ​ແບ່ງ​ງົບປະມານ​ປີ 2014 ​ແມ່ນ​ໜຶ່ງ​ໃນ 3 ​ເນື້ອ​ໃນ​ເຊິ່ງບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ປຶກສາ​ຫາລື​ຢູ່​ໜ່ວຍ ​ໃນ​ຕອນ​ເຊົ້າ​ວັນ​ທີ 25 ຕຸລາ. 2 ​ເນື້ອ​ໃນ​ຍັງ​ເຫຼື​ອ​ແມ່ນ​ສະຫຼຸບ 3 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ໄລຍະ​ປີ 2011 – 2015 ​ແລະ ວິທີ​ການຈຳໜ່າຍພັນທະ​ບັດ​ລັດຖະບານ​ໄລຍະ 2014 – 2016.

        ກ່ອນ​ໜ້າ​ນັ້ນ, ​ໃນ​ບົດລາຍ​ງານ​ຕໍ່​ສະພາ​ແຫ່ງ​ຊາດ, ລັດຖະບານ​ໃຫ້​ຮູ້​ວ່າ ປີ 2014 ລັດຖະບານ​ຈະ​ສ້າງ​ແຜນ​ດູ​ນດຽງ​ລາຍ​ຮັບ​ງົບປະມານ​ແຫ່ງ​ລັດ​ແມ່ນ 782.700 ຕື້​ດົງ, ​ເພີ່ມ​ຂຶ້ນ 7,9% ​ເມື່ອ​ທຽບ​ໃສ່​ກັບ​ການ​ຄາ​ດຄະ​ເນ​ປະຕິບັດ​ໃນ​ປີ 2013. ລັດຖະບານ​ກໍ່​ສະ​ເໜີ​ເພີ່ມ​ລາຍ​ຈາ​ຍ 2,9% ​ເມື່ອ​ທຽບ​ໃສ່​​ແຜນການ​ປີ 2013 ​ແລະ ລາຍ​ຈາຍເກີນ​ດູ​ນຢູ່​ໃນ​ລະດັບ 5,3% GDP (​ເທົ່າ​ກັບ 224.000 ຕື້​ດົງ).

        ກ່ຽວ​ກັບ​ວິທີ​ການຈຳໜ່າຍພັນທະບັດ​ລັດຖະບານ​ໄລຍະ 2014 – 2016, ລັດຖະບານ​ສະ​ເໜີ​ສະພາ​ແຫ່ງ​ຊາດ​ອະນຸຍາດ​ຈຳໜ່າຍ​ເພີ່ມ​ເຕີ່​ມ 170 ຕຶ້ດົງຈາກ​ທຶນ​ພັນທະບັດ​ລັດຖະບານ​ ​ເພື່ອ​ລົງທຶນ​ກໍ່ສ້າງ​ທາງຄົມມະນາຄົມ, ກໍ່ສ້າງ​ຊົນນະບົດ​ໃໝ່...

        ຕອນ​ບ່າຍ​ວັນ​ທີ 25 ຕຸລາ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕາງ​ກັນ​ຂອງ​ຮ່າງ​ກົດໝາຍສະບັບ​ປັບປຸງ, ​ເພີ່ມ​ເຕີ່​ມບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ດັບ​ເພິ​ງ.
ຂ່າວ/ບົດ​ອື່ນ