ສະພາແຫ່ງຊາດປຶກສາຫາລືວາລະສຸດທ້າຍກ່ຽວກັບສະພາບເສດຖະກິດ-ສັງຄົມ


ສະພາແຫ່ງຊາດປຶກສາຫາລືວາລະສຸດທ້າຍກ່ຽວກັບສະພາບເສດຖະກິດ-ສັງຄົມ - ảnh 1
ສະ​ພາ​ແຫ່ງ​ຊາດ​ດຳ​ເນີນກອງ​ປະ​ຊຸມ​ເທື່ອສຸດທ້າຍກ່ຽວກັບສະພາບ ເສດຖະກິດ-ສັງຄົມ

(vovworld)- ວັນ​ທີ 1/4, ສະ​ພາ​ແຫ່ງ​ຊາດຫວຽດ​ນາມ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຜົນ​ຂອງ​ການ​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ປີ 2015 ແລະ 5 ປີ 2011 – 2015, ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ແຜນ​ການ​ນຳ​ໃຊ້​ທີ່​ດິນ 2016 – 2020. ກ່າວ​ຄຳ​ເຫັນ​ສະຫຼຸບ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ໄດ້​ຊີ້​ແຈ້ງວ່າ ບັນ​ດາ​ຄຳ​ເຫັນ ສ.ສ.ຊ ໄດ້​ປະ​ກອບ​ສ່ວນ​ຢ່ງ​ເລິກ​ເຊິ່ງ, ກົງ​ໄປ​ກົງ​ມາ, ໄຈ້​ແຍກ​ດ້ານ​ດີ, ດ້ານ​ອ່ອນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ໄລ​ຍະ 5 ປີ​ທີ່​ຜ່ານ​ມາ, ພ້ອມ​ກັນ​ນັ້ນ ກໍ​ສະ​ເໜີ​ບັນ​ດາ​ວິ​ທີ​ການ​ແກ້​ໄຂໃນ​ຊຸດ​ທີ່​ຈະ​ມາ​ເຖິງ.   

       ທາງ​ດ້ານ​ເສດ​ຖະ​ກິດ, ບັນ​ດາ ສ.ສ.ຊ ຖື​ວ່າ ໃນ​ອາ​ຍຸ​ການ​ທີ່​ຈະ​ມາ​ເຖິງ, ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ​ຢືນ​ຢູ່​ຕໍ່​ໜ້າ​ສິ່ງ​ທ້າ​ທາຍ. ນີ້​ແມ່ນ​ຈຸດ​ເວ​ລາ​ທີ່​ຫວຽດ​ນາມ​ເຊື່ອມ​ໂນງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ​ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງ​ກ້​ວາງ​ຂວາງ, ດັ່ງ​ນັ້ນ​ຕ້ອງ​ມີ​ວິ​ທ​ີ​ການ​ແກ້​ໄຂ​ລະ​ອຽດ​ເພື່ອ​ໃຫ້​ປະ​ເທດ​ພັດ​ທະ​ນາ. ທ່ານ​ວູ້​ຕ້ຽນ​ໂລກ ສ.ສ.ຊ ແຂວງ​ທ້າຍ​ບີງ ຖື​ວ່າ: 

     “ ຕ້ອງ​ກຳ​ນົດ​ຢ່າງ​ຈະ​ແຈ້ງວິ​ວັດ​ທະ​ນາ​ການ ແລະ ບັນ​ດາ​ຄາດ​ໝາຍ​ທີ່​ຕ້ອງ​ບັນ​ລຸ​ໄດ້​ໃນ​ການ​ປະ​ຕິ​ຮູບ​ລະ​ບອບ​ລະ​ບຽບ​ການ, ປົວ​ແປງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ຂອງ​ຫວຽດ​ນາມ ” .

     ໜຶ່ງ​ໃນ​ບັນ​ດາເນື້ອໃນທີ່​ພົ້ນ​ເດັ່ນ ນັ້ນ​ແມ່ນ​ສະ​ພາບ​ການ​ສໍ້​ລາດ​ບັງຫຼວງ, ການ​ຟຸ​ມ​ເຟືອຍ. ບັນ​ດາ ສ.ສ.ຊ ໄດ້​ສະ​ເໜີ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ຢ່າງ​ແຂງ​ແຮງ​ກ່ຽວ​ກັບ​ບັນ​ຫານີ້. ທ່ານ ຫງວຽນກົງ​ຮົ່ງ ຮອງ​ຫົວ​ໜ້າ​ກຳ​ມາ​ທິ​ການ​ຍຸດ​ຕິ​ທຳ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ສະ​ເໜີ​ວ່າ :

     “ ສ້າງ​ແຜນ​ການ​ພັດ​ທະ​ນາ ແມ່ນ​ອາດ​ຈະ​ສ້າງ​ແຕ່​ລຸມ​ຂຶ້ນ​ເທິ່ງ, ແຕ່​ຕ້ານ​ສໍ້​ລາດ​ບັງຫຼວງ​ຕ້ອງ​ສ້າງ​ຢູ່​ເທິ່ງ​ລົງ​ຮອດ​ລຸ​ມ່ ແລະ ຈາກ​ພາຍໃນ​ອອກ​ສູ່​ພາຍນອກ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ​ບໍ່​ຢ້ານ​ສູນ​ເສຍ​ພະ​ນັກ​ງານ, ເພາະ​ການ​ເປັນ​ແບບ​ຢ່າງນີ້ ແມ່ນ​ມີ​ກຳ​ລັງ​ແຮງ​ເພື່ອ​ສະ​ກັດ​ກັ້ນ ”
ຂ່າວ/ບົດ​ອື່ນ