ສະພາແຫ່ງຊາດປຶກສາຫາລືວຽກງານບຸກຄະລາກອນສະພາເລືອກຕັ້ງແຫ່ງຊາດແລະວຽກງານນິຕິບັນຍັດ

ສະພາແຫ່ງຊາດປຶກສາຫາລືວຽກງານບຸກຄະລາກອນສະພາເລືອກຕັ້ງແຫ່ງຊາດແລະວຽກງານນິຕິບັນຍັດ - ảnh 1
(ປ່ອນ​ບັດ​ໃຫ້​ສັດຕະຍາບັນ​ກ່ຽວ​ກັບ​ບັນຊີ​ລາຍ​ຊື່​ບັນດາ
​ຮອງ​ປະທານ ​ແລະ ກຳມະການ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ)


(vovworld) – ​ ​ໃນ​ວັນ​ທີ 25/11, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ທີ່ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ​ໄດ້​ຮ່ວມວາລະ​ປະຊຸມ​ຄົບຄະນະ​ກ່ຽວ​ກັບ​ວຽກ​ງານ​ສ້າງ​ກົດໝາຍ ​ແລະ ວຽກ​ງານ​ບຸກຄະລາ​ກອນ​ສະພາ​ເລືອກຕັ້ງ​ແຫ່ງ​ຊາດ ​ແລະ ​ເລືອກ​ຕັ້ງ​ເລຂາທິການ​ໃຫຍ່​ສະພາ​ແຫ່ງ​ຊາດ. ກ່ຽວ​ກັບ​ວຽກ​ງານ​ນິຕິບັນຍັດ, ສະພາ​ແຫ່ງ​ຊາດ​ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ປະມວນ​ກົດໝາຍ 3 ສະບັບຄື; ປະມວນ​ກົດໝາຍ​ວ່າ​ດ້ວຍ​ດຳ​ເນີນ​ຄະດີ​ແພ່ງ (ສະບັບ​ປັບປຸງ); ປະມວນ​ກົດໝາຍ​ ​ອາຍາ (ສະບັບ​ປັບປຸງ); ປະມວນ​ກົດໝາຍ​ວ່າ​ດ້ວຍ​​ການ​ເດີນ​ທະ​ເລ ຫວຽດນາມ (ສະບັບ​ປັບປຸງ) ​ແລະ ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ກົດໝາຍ​ຕ່າງໆ​ຄື: ກົດໝາຍ​ວ່າ​ດ້ວຍ​ດຳ​ເນີນ​ຄະ​ດີ​ບໍລິຫານ (ສະບັບ​ປັບປຸງ); ກົດໝາຍ​ວ່າ​ດ້ວຍ​ກັກ​ຕົວ, ກັກ​ຂັງ​ຊົ່ວ​ຄາວ; ກົດໝາຍ​ວ່າ​ດ້ວຍ​ການ​ລົງ​ປະຊາ​ມະຕິ; ກົດໝາຍ​ວ່າ​ດ້ວຍຄ່າ​ບໍລິການ, ຄ່າ​ທຳນຽມ. ກ່ຽວ​ກັບ​ວຽກ​ງານ​ບຸກຄະລາ​ກອນ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ແລະ ​ເລຂາທິການ​ໃຫຍ່​ສະພາ​ແຫ່ງ​ຊາດ, ສະພາ​ແຫ່ງ​ຊາດ​ຮັບ​ຟັງ​ບົດ​ລາຍ​ງານ​ໝາກຜົນ​ແຫ່ງ​ການ​ປຶກສາ​ຫາລື​ຢູ່ຕາມ​ໜ່ວຍກ່ຽວ​ກັບ​ການສະ​ເໜີ​​ໃຫ້ສັດຕະຍາບັນ​ບັນຊີ​ລາຍ​ຊື່​ບັນດາ​ຮອງ​ປະທານ ​ແລະ ບັນດາກຳມະການ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ແລະ ຮ່າງ​ແຜນບຸກຄະລາ​ກອນ​ເລຂາທິການ​ສະພາ​ແຫ່ງ​ຊາດ. ສະພາ​ແຫ່ງ​ຊາດ​ຈະ​ປ່ອນ​ບັດ​ໃຫ້​ສັດຕະຍາບັນ​ຂໍ້ສະ​ເໜີ​ຂອງ​ປະທານ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກ່ຽວ​ກັບ​ບັນຊີ​ລາຍ​ຊື່​ບັນດາ​ຮອງ​ປະທານ ​ແລະ ກຳມະການ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ; ​ເລືອກ​ຕັ້ງ​ເລຂາທິການ​ໃຫຍ່​ສະພາ​ແຫ່ງ​ຊາດ; ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ວັນ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021, ສ້າງ​ຕັ້ງ​ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ; ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ມະຕິ​ເລືອກ​ຕັ້ງ​ເລຂາທິການ​ໃຫຍ່​ສະພາ​ແຫ່ງ​ຊາດ.

 


ຂ່າວ/ບົດ​ອື່ນ