ສະພາແຫ່ງຊາດປຶກສາຫາລືສະພາບການພັດທະນາເສດຖະກິດ-ສັງຄົມ

ສະພາແຫ່ງຊາດປຶກສາຫາລືສະພາບການພັດທະນາເສດຖະກິດ-ສັງຄົມ - ảnh 1
ພາບປະກອບ

(vovworld) –  ​ໂດຍ​ສືບ​ຕໍ່ລາຍການ​ເຮັດ​ວຽກ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 23/3, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ໝາກຜົນ​ຂອງ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2015, ໝາກຜົນ​ແຫ່ງ​ການ​ປະຕິບັດ 5 ປີ​​ແຕ່ 2011 – 2015 ​ແລະ ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ 5 ປີ 2016 – 2020. ບັນດາ ສສຊ ຖື​ວ່າ: ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ທົ່ວ​ພັກ, ທົ່ວປວງ​ຊົນ, ທົ່ວ​ກອງທັບ​ສະພາບ​ການ​ດ້ານເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ບັນລຸ​ຫຼາຍ​ຜົນງານຢ່າງ​ຕັ້ງໜ້າ. ​ໄລຍະ 5 ປີ 2011 – 2015, ຫວຽດນາມ ​​ໄດ້ຄວບ​ຄຸມ​​ໄພ​ເງິນ​ເຟີ້​, ​ເສດຖະກິດ​ມະຫາ​ພາກ​​ເປັນ​ປົກກະຕິ​ໂດຍ​ພື້ນຖານ, ດັດ​ຊະນີ​ມູນ​ຄ່າການ​ອຸປະ​ໂພ​ກບໍລິ​ໂພ​ກຫລຸດຈາກ 18,13% ​ໃນ​ປີ 2011 ລົງ​ເຫຼືອ​ພຽງ 0,6% ​ໃນ​ປີ 2015…

        ກໍ່​ໃນ​ວາລະ​​ເຮັດ​ວຽກ​ໃນ​ຕອນ​ເຊົ້າ, ກ່ຽວ​ກັບ​ການປຶກສາ​ຫາລື​​ແຜນການ​ນຳ​ໃຊ້​ທີ່​ດິນ​ໄລຍະ 5 ປີ 2016 – 2020, ບັນດາ​ ສສຊ ​ໄດ້ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ຕໍ່ໜ້າ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ພວມ​​ເກີດ​ຂຶ້ນ​ຢູ່​ພາກ​ກາງ, ​ເຂດ​​ໄຕ​ງວຽນ, ​ເຂດ​ທົ່ວ​ພຽງ​ແມ່​ນຳ້ຂອງຕອນ​ພາກ​ໃຕ້ ຫວຽດນາມ​ ອັນ​ໄດ້​ກໍ່​ຜົນ​ສະທ້ອນ​ໃຫຍ່​ຫຼວງ​ເຖິງ​ການ​ຜະລິດ ​ແລະ ຊີວິດ​ຂອງ​ປະຊາຊົນ. ສສຊ ຫຼາຍ​ທ່ານ​ສະ​ເໜີ​​ແຜນການ​ນຳ​ໃຊ້​ທີ່​ດິນ 5 ປີ​ຈະ​ມາ​ເຖິງ, ຕ້ອງ​ເອົາ​ໃຈ​ໃສ່ຖືກ​ລະດັບ​​ເພື່ອ​ຂະຫຍາຍ​ເນື້ອ​ທີ່​ປ່າ. ທ່ານ ຮ່ວາງ​ງອກ​ຢູ້ງ, ສສຊ ​ແຂວງ ​ເຊີນ​ລາ, ​ຖື​ວ່າ:

        “ນະ​ໂຍບາຍ​ປົກ​ປ້ອງ, ຂະຫຍາຍ​ເນື້ອ​ທີ​ປ່າ​ໃນ​ປະຈຸ​ບັນຍັງ​ບໍ່​ທັນ​ຕອບ​ສະໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ອັນຮີບ​ດ່ວນ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ​ໄດ້​ເທື່ອ. ຕ້ອງ​ຕີ​ລາຄາ​ຢ່າງ​ເຂັ້ມ​ງວດ​​​ໃນການ​ປະຕິບັດ​ມາດຖານ​ເພີ່ມ​ລະດັບ​ເນື້ອ​ທີ່​ປ່າຢູ່​ໃນ​ແງ່​ຂອງ​ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ. ​ອາຍຸ​ການ​ຈະ​ມາ​ເຖິງ, ຕ້ອງ​ປັບປຸງ​ນະ​ໂຍບາຍ​ກົດໝາຍ​ກ່ຽວ​ກັບ​ການ​ປົກ​ປ້ອງ​, ການ​ຂະຫຍາຍ​ເນື້ອ​ທ່ີ​ປ່າ, ຄວນສ້າງ​ການ​ຫັນປ່ຽນ​ຢ່າງ​ແຮງ​ກ່ຽວ​ກັບ​ການ​ປົກ​ປ້ອງ ​ແລະ ພັດທະນາ​ປ່າ. ນີ້​ແມ່ນ​ບັນຫາ​ຮີບ​ດ່ວນ​ທີ່​ກະທົບ​ເຖິງ​ຄວາມ​ປອດ​ໄພ, ພະລັງ​ຊີວິດ​ຂອງ​ພື້ນຖານ​ເສດຖະກິດ.”


ຂ່າວ/ບົດ​ອື່ນ