ສະພາແຫ່ງຊາດປຶກສາຫາລືສະພາບການເສດຖະກິດ-ສັງຄົມຊຸມເດືອນຕົ້ນປີ2015

ສະພາແຫ່ງຊາດປຶກສາຫາລືສະພາບການເສດຖະກິດ-ສັງຄົມຊຸມເດືອນຕົ້ນປີ2015 - ảnh 1
ການ​ເຮັດ​ວຽກ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ວັນ​ທີ 8/6
(ພາ​ບ: chinhphu.vn)

(vovworld) – ວັນ​ທີ 8/6, ຢູ່ ຮ່າ​ໂນ້ຍ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ໄດ້ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ການ​ຕີ​ລາ​ຄາ​ເພີ່ມ​ເຕີມ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ງົບ​ປະ​ມານ​ແຫ່ງ​ລັດ​ປີ 2014, ສະ​ພາບ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ງົບ​ປະ​ມານ​ແຫ່ງ​ລັດ​ຊຸມ​ເດືອນ​ຕົ້ນ​ປີ 2015.

        ບັນ​ດາ​ຄຳ​ເຫັນ​ລ້ວນ​ແຕ່​ຮັບ​ຮູ້ ແລະ ຕີ​ລາ​ຄາ​ສູງ​ທ່າ​ຟື້ນ​ຟູ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ໃນ​ປີ 2014 ແລະ ຊຸມ​ເດືອນ​ຕົ້ນ​ປີ 2015.

        ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ຄາດ​ໝາຍ​ເສດ​ຖະ​ກິດ - ສັງ​ຄົມ​ຊຸມ​ເດືອນ​ຕົ້ນ​ປີ 2015, ບັນ​ດາ​ຜູ້​ແທນ​ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ສຸມ​ໃສ່​ສ້າງ​ໂຄງ​ປ​ະ​ກອບ​ພື້ນ​ຖານ​ເສດ​ຖ​ະ​ກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ຮູບ​ແບບ​ການ​ເຕີບ​ໂຕ. ໃນ​ນັ້ນ, ກ່ອນ​ອື່ນ​ໝົດ​ແມ່ນ​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິ​ດ​ຄືນ​ໃໝ່ ແລະ ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ແຫ່ງ​ລັດ. ທ່ານ ຫງວຽນ​ກາວ​ເຊີນ, ສ​ສ​ຊ ແຂວງ ຮ່​ວາ​ບີ່ງ, ປະ​ກອບ​ຄຳ​ເຫັນ​ວ່າ:

        “ລັດ​ຖະ​ບານ​ຕ້ອງ​​ເດັດ​ດຽວ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ສ້າງ​ໂຄງ​ປະ​ກອບ​ວິ​ສາ​ຫະ​ກິດ​ຄືນ​ໃໝ່ຢ່າງຄົບ​ຊ​ຸດ​, ລັດ​ກວດ​ກາ, ເພີ່ມ​ເຕີມ​ວິ​ສາ​ຫະ​ກິດ​ຕ້ອງ​ຫັນ​ເປັນ​ຫຸ້ນ​ສ່ວນ… ສະ​ເໜີ​​ໃຫ້ລັດ​ຖະ​ບານ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​​ອະ​ນຸ​ຍາດ​ໃຫ​້ຈຳ​ໜ່າຍ​ພັນ​ທະ​ບັດ​ລັດ​ຖະ​ບານ​ໄລ​ຍະ 2016 2020 ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ບັນ​ດາ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ການ​ລົງ​ທຶນ​ພັດ​ທະ​ນາ, ໃນ​ນັ້ນ​ບຸ​ລິ​ມະ​ສິດ​ບັນ​ດາ​ກິດ​ຈະ​ກຳ​ຄົມ​ມະ​ນາ​ຄົມ.”

        ບັນ​ດາ ສ​ສ​ຊ ກໍ່​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ​ສືບ​ຕໍ່​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ. ທ່ານ​ນາງ ເລ​ທ​ິ​ກົງ, ສ​ສ​ຊ ແຂວງ ບ່າ​ເຮ້ຍ - ຫວູງ​ເຕົ່າ, ຖື​ວ່າ:

        “ຈຸດ​ໝາຍ​ຕົ້ນ​ຕໍ​ຂອງ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ປີ 2015 ແລະ ຊຸມ​ປ​ີ​ຕໍ່​ໄປ​ແມ່ນ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ, ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ໂດຍ​ອີງ​ໃສ່​ສະ​ມັດ​ຕະ​ພາບ ແລະ ປະ​ສິດ​ທິ​ຜົນ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ. ດັ່ງ​ນັ້ນ​ຕ້ອງ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ພຸມ​ປັນ​ຍາ​ຂອງ​ມະ​ນຸດ, ຮັບ​ປະ​ກັນ​ແຫຼ່ງ​ຊັບ​ພະ​ຍາ​ກອນມະ​ນຸດ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​ເປັນ​ຢ່າງ​ດີ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ ແລະ ຄຸນ​ນະ​ທາດ​ຖັນ​ແຖວ​ພະ​ນັກ​ງານ, ຄຸ້ມ​ຄອງ​ລັດ.”

ເມື່ອ​ສະ​ຫລຸບ​ວາ​ລະ​ປະ​ຊຸມ​ໃນ​ວັນ​ທີ 8/6, ທ່ານ​ຮອງ​​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ສະ​ເໜີ​ໃຫ້​ລັດ​ຖະ​ບານ​ມາ​ນະ​ພະ​ຍາ​ຍາມ, ເສີມ​ຂະ​ຫຍາຍ​ມາດ​ຕະ​ການ​ວາງ​ອອກ​ເພື່ອ​ປະ​ຕິ​ບັດ​ໜ້າ​ທີ່​ເສດ​ຖະ​ກິດ - ສັງ​ຄົມ​ຊຸມ​ເດືອນ​ຍັງ​ເຫຼືອ​ຂອງ​ປີ 2015 ໃຫ້​ບັນ​ລຸ​ຜົນ​ສຳ​ເລັດ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ກ່າວ​ວ່າ :

    “ ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ລັດ​ຖະ​ບານ​ຄົ້ນ​ຄ້​ວາ 5 ໝວດ​ມາດ​ຕະ​ການ. ທີ 1 ແມ່ນ​ກຸ່ມ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບກະ​ສີ​ກຳ, ຊາວ​ກະ​ສີ​ກອນ, ຊົນ​ນະ​ບົດ. ທີ 2 ແມ່ນກ່ຽວ​ກັບ​ການ​ໜູນ​ຊ່ວຍ​ສັງ​ຄົມ, ວັດ​ທະ​ນະ​ທຳ, ສຶກ​ສາ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ ແລະ ສິ່ງ​ແວດ​ລ້ອມ. ກຸ່ມ​ທີ 3 ແມ່ນ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ເສດ​ຖະ​ກິດ, ການ​ເງິນ, ງ​ົບ​ປະ​ມານ… ສະ​ພາ​ແຫ່ງ​ຊາດ​ຈະ​ຕິດ​ຕາມ,ກວດ​ກາ ແລະ ຮ່ວມ​ເດີນ​ທາງ​ກັບ​ລັດ​ຖະ​ບານເພື່ອ​ປະຕິ​ບັດໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ແລະ ງົບ​ປະ​ມານ​ແຫ່ງ​ລັດ​ປີ 2015 ”


ຂ່າວ/ບົດ​ອື່ນ