ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍປະຕິບັດ ການປະຢັດ, ຕ້ານການຟຸມເຟືອຍ (ສະບັບປັນປຸງ)

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍປະຕິບັດ ການປະຢັດ, ຕ້ານການຟຸມເຟືອຍ (ສະບັບປັນປຸງ) - ảnh 1
(ພາບປະກອບ)

(vovworld) - ຮ່າງ​ກົດໝາຍ​ປະຕິບັດ​ການ​ປະຢັດ, ຕ້ານ​ການ​ຟຸມ​ເຟືອຍ (ສະບັບ​ປັນ​ປຸງ) ​​ໄດ້​ຖືກ​ບັນດາ​ສະມາຊິກສະພາ​ແຫ່ງ​ຊາດ​ນຳ​ມາປຶ​ກສາ​ຫາລື​ຢູ່ໜ່ວຍ, ​ໃນ​ຕອນ​ບ່າຍ​ວັນ​ທີ 06/06. ຕາມ​ຄະນະ​ຮຽບຮຽງ, ຮ່າງ​ກົດໝາຍ​ແມ່ນ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ຂໍ້​ຄົງ​ຄ້າງ ​ແລະ ຈຳກັດ​ຂອງ​ກົດໝາຍ​ປະຈຸ​ບັນ​ຢ່າງ​ທັນ​ການ, ພິ​ເສດ​ແມ່ນ​ເພີ່ມ​ບັນດາ​ກົນ​ໄກ, ມາດ​ຕະການ​ປະຕິບັດ​ການ​ປະຢັດ, ກຳນົດ​ການ​ກະທຳ​ທີ່​ລະ​ເມີດ​ກົດໝາຍ, ການ​ປັບ​ໃໝ​ລົງ​ໂທດ​ຕໍ່​ບັນດາ​ການ​ກະທຳ​ຟຸມ​ເຟືອຍ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປຶກສາ​ຫາລື, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຖື​ວ່າ, ຮ່າງ​ກົດໝາຍ​ກຳນົດ​ຢ່າງຮອບດ້ານ​ຂອບ​ເຂດ​ປັບປຸງ, ​ໃນ​ນັ້ນ​ມີ​ການ​ປະຕິບັດ​ການ​ປະຢັດ, ຕ້ານ​ການ​ຟຸງ​ເຟືອ​ຍ​ໃນ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ງົບປະມານ​ແຫ່ງ​ລັດ, ທຶນ​ຂອງ​ລັດ, ​ແຮງ​ງານ... ​ແຕ່​ວ່າ, ມີ​ສະມາຊິກ​ສະພາ​ແຫ່ງ​ຊາດ​ບາງ​ທ່ານ​ໄດ​້ສະ​ເໜີ​ຮ່າງ​ກົດໝາຍ ຍັງບໍ່​ທັນ​ເຕື້ອງ​ເຖິງ​ວິທີ​ການ​ປັບປຸງ. ທ່ານ ​ເລ​ແທງ​ເວີນ, ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ​ຫາຍ​ຟ່ອງ, ຍົກ​ສຳ​ເຫັນ​ວ່າ.

    “ກ່ຽວ​ກັບ​ກຸ່ມ​ທີ 1 ​ແລະ ທີ 2 ​ແມ່ນ​ນຳ​ໃຊ້​ວິທີ​ການ​ແກ້​ໄຂ​ທາງ​ດ້ານ​ບໍລິຫານ ​ແລະ ວິທີ​ບັງຄັບ ​ເພາະ​ວ່າ ນີ້ແມ່ນ​ຊັບ​ສິນ​ສ່ວນລວມ ​ແລະ ​ຊັບພະຍາກອນ​ຂອງ​ລັດ. ບັນດາ​ເປົ້າ​ໝາຍ​ຕ້ອງ​ປະຢັດ​ແບບ​ບັງຄັບ, ຕ້ານ​ການ​ຟຸມ​ເຟືອຍ. ສຳລັບກຸ່ມ​ທີ 3 ​ແມ່ນ​ທັງ​ສຶກສາອົບ​ຮົບ, ອະທິບາຍ​ເກັ້ຍກອມ ຍ້ອນ​ມັນ​ກ່ຽວ​ຂ້ອງ​ເຖິງ​​ພົນ​ລະ​ເມືອງ​ເອງ”.

        ​ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ປຶກສາ​ຫາລື​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການປະມູນ (ສະບັບ​ປັບປຸງ).

ຂ່າວ/ບົດ​ອື່ນ