ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍ ຊັບພະຍາກອນແຫຼ່ງນ້ຳ ( ສະບັບປັບປຸງ )

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍ ຊັບພະຍາກອນແຫຼ່ງນ້ຳ ( ສະບັບປັບປຸງ ) - ảnh 1
ທ່ານນາງຮອງປະທານສະພາແຫ່ງຊາດ Nguyen Thi Kim Ngan ເປັນປະທານ ກອງປະຊຸມ
(vovworld) - ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽ​ດນາມ Nguyen Thi Kim Ngan, ຕອນ​ບ່າຍ​ວັນ​ທີ 31/5, ບັນດາ​ສະມາຊິກ​ສາ​ພາ​ແຫ່ງ​ຊາດ (ຫຼື ສສຊ) ​ໄດ້​ປຶກສາ​ຫາລື​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຊັບພະຍາກອນ​ແຫຼ່ງນ້ຳ (ສະບັບ​ປັບປຸງ​). 4 ບັນຫາ​ທີ່​ບັນດາ ສສຊ ສຸມ​ໃສ່​ປຶກສາ​ຫາລື​ນັ້ນແມ່ນ: ຂອບ​​ເຂດ​ດັດ​ປັບ​ກົດໝາຍ, ວາງ​ແຜນ​ກຳນົດ​ຊັບພະຍາກອນ​ແຫຼ່ງນ້ຳ, ປົກ​ປັກ​ຮັກສາ​ແຫຼ່ງຊັບພະຍາກອນ​ນ້ຳ ​ແລະ ມອບສິດ​ຂຸດ​ຄົ້ນ​ຊັບພະຍາກອນ​ແຫຼ່ງນ້ຳ. ຄຳ​ຄິດ​ຄຳ​ເຫັນ​ສ່ວນ​ຫຼາຍ​ໄດ້​ເຫັນ​ດີ​ເລື່ອງ​ຄວນ​ເພີ່ມ​ທະວີ​ວຽກ​ງານ​ກວດກາ ​ຊັບພະຍາກອນ​ແຫຼ່ງນ້ຳ ​ເພື່ອ​ປົກ​ປັກ​ຮັກສາ ​ແລະ ນຳ​ໃຊ້​ແຫຼ່ງນ້ຳ​ຢ່າງ​ເໝາະ​ສົມ ​ແລະ ມິ​ປະສິດທິ​ຜົນ. ຄະນະ​ກຳມະການ​ປະຊາຊົນ​ຂັ້ນ​ແຂວງ ມີ​ສິດສ້າງ​ຕັ້ງ, ອະນຸມັດ​ຜ່ານ​ກ່ຽວ​ກັບຊັບພະຍາກອນແຫຼ່ງ​ນ້ຳຂອງ ​ແຂວງ, ນະຄອນ ​ພາຍຫຼັງທີ່​ມີ​ຄຳ​ເຫັນ​ຕົກລົງ​ຂອງ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ແລະ ​ໄດ້​ຮັບ​ການ​ເຫັນ​ດີ​ຈາກສະພາ​ປະຊາຊົນ​ແຂວງ​ຂັ້ນ​ທຽບ​ເທົ່າ​​ຮັບຮອງ​ເອົາ. ມີ​ບາງ​ຄຳ​ເຫັນ​ກໍ່​ເນັ້ນ​ໜັກ​ວ່າ: ຄວນ​ສົ່ງ​ເສີມ​​ໃຫ້ບຸລິມະສິດ​ບັນດາ​ອົງການ, ສ່ວນ​ບຸກຄົນ ຄົ້ນ​ຄ້ວາ ​ແລະ ນຳ​ໃຊ້​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ລົງທຶນ​ເຂົ້າ​ໃນ​ກິດ​ຈະ​ກຳ​ຂຸດ​ຄົ້ນ, ນຳ​ໃຊ້​ນ້ຳ​ຢ່າງ​ປະຢັດ ​ແລະ ມີ​ປະສິດທິ​ຜົນ​ ແລະ ອື່ນໆ
ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍ ຊັບພະຍາກອນແຫຼ່ງນ້ຳ ( ສະບັບປັບປຸງ ) - ảnh 2
ພາບປະກອບ

ທ່ານ Truong Van Vo, ສສຊ ​ແຂວງ ດົ່ງ​ນາຍ ​ມີຄຳ​ເຫັນ​ດັ່ງ​ນີ້:

“ຂ້າພະ​ເຈົ້າ​ເຫັນ​ວ່າ​: ຕ້ອງ​ມີ​ການ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ, ຂຸດ​ຄົ້ນ, ນຳ​ໃຊ້​ແຫຼ່ງນ້ຳ ໄປ​ຄຽງ​ຄູ່​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແລດ​ລ້ອ​ມ. ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ລັດຖະບານ ຈຶ່ງ ສົ່ງ​ເສີມ​ທຸກ​ອົງການ, ສ່ວນ​ບຸກຄົນ ປະຕິບັດ​ນະ​ໂຍບາຍປະຢັດ​ນ້ຳ​ໃນ​ການ​ນຳ​​ໃຊ້​ນ້ຳ​​ເສດ​ເຫຼືອ​ທີ່​ບັນລຸ​ມາດຕະຖານຄືນ​ໃໝ່ ​ເຂົ້າ​ໃນ​ບັນດາ​ຈຸດປະສົງ​ນຳ​ໃຊ້.  ກ່ຽວ​ກັບ​ເລື່ອງ​ສຳ​ຫຼວດ​ພື້ນຖານຊັບພະຍາກອນ​ແຫຼ່ງນ້ຳ ນອກຈາກ​ບັນດາ​ເນື້ອ​ໃນ​ຄື​ກົດໝາຍ​ໄດ້​ກຳນົດ​ແລ້ວ, ຄວນ​ເພີ່ມ​ເຕີມ​ເນື້ອ​ໃນ​ສ້າງ​ແຜນ​ທີ່​ກຳນົດ​ເຂດ, ກ່າວ​ເຕືອນ​ມົນ​ລະ​ພິດ​ແຫຼ່ງນ້ຳ. ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​​ແວດ​ລ້ອມ​ສະຫຼຸບ​ໝາກຜົນ​ການ​ສືບສວນ​​ຊັບພະຍາກອນ​ແຫຼ່ງນ້ຳ ​ແລະ ປະກາດ​ໃນ​ແຕ່ລະ​ປີ.”

ຂ່າວ/ບົດ​ອື່ນ