ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍທາງລົດໄຟ(ສະບັບປັບປຸງ)

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍທາງລົດໄຟ(ສະບັບປັບປຸງ) - ảnh 1
(ພາບປະກອບ)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 18/11, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເຮັດວຽກ​ຢູ່​ຫໍ​ປະຊຸມ, ປຶກສາ​ຫາລື​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທາງ​ລົດ​ໄຟ (ສະບັບ​ປັບປຸງ) ​ແລະ ຮ່າງ​ມະຕິ​ກ່ຽວ​ກັບ​ເລື່ອງ​ອອກ​ວິຊາ​ເອ​ເລັກ​ໂຕ​ນິກ​ທົດ​ລອງ​ໃຫ້​ຊາວ​ຕ່າງປະ​ເທດ​ເຂົ້າ​ເມືອງ ຫວຽດນາມ. ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນບັນດາ​ສະມາຊິກສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທາງ​ລົດ​ໄຟ (ສະບັບ​ປັບປຸງ), ບັນດາ​ສະມາຊິກ​ໄດ້​ຍົກ​ອອກ​ບັນດາ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ​ໃນ​ໄລຍະ​ຍາວ​ນານ​ຂອງ​ຂະ​ແໜງ​ທາງ​ລົ​ດ​ໄຟ, ພິ​ເສດ​ແມ່ນ​ພື້ນຖານ​ໂຄງ​ລ່າງ​ທາ​ງລົດ​ໄຟຫຼ້າ​ຫຼັງ. ​ເຫັນ​ດີ​ຕໍ່ຄວາມ​ຈຳ​ເປັນ​ຕ້ອງ​ປັບປຸງ​ກົດໝາຍ, ​ແຕ່​ສະມາຊິ​ກສະພາ​ແຫ່ງ​ຊາດ​ຫລາຍ​ທ່ານ​ສະ​ເໜີ ຄວນ​ມີ​ຂໍ້​ກຳນົດ​ຢ່າງຈະ​ແຈ້ງ ​ແລະ ຄົບ​ຖ້ວນ​ກ່ວາ ກ່ຽວ​ກັບ​ທິດ​ທາງ​ບຸລິມະສິດ​ໃນ​ການ​ພັດທະນາ​ຂອງ​ຂະ​ແໜງ​ທາງ​ລົດ​ໄຟ, ພິ​ເສດ ​ແມ່ນ​ວຽກ​ງານ​ລົງທຶນ ​ເພື່ອ​ນຳ​ຄົມມະນາຄົມ - ຂົນ​ສົ່ງ​ທາງ​ລົດ​ໄຟ ຫລຸ​​ດພົ້ນ​ອອກ​ຈາກ​ສະພາບ​ຫຼ້າ​ຫຼັງ, ອ່ອນ​ດ້ອຍ​ຄື​ໃນ​ປະຈຸ​ບັນ​ໂດ​ຍ​ໄວ. ຕາມ​ບັນດາ​ສະມາຊິກ​ສະພາ​​ແຫ່ງ​ຊາດ​ແລ້ວ, ກ່ອນ​ອື່ນ​ໝົດ​ຄວນ​ສຸມ​ໃສ່​ປຸກລະດົມ​ແຫຼ່ງກຳລັງ​ສັງຄົມ​ ລົງທຶນ​ບັນດາ​ໂຄງການ​ຄົມມະນາຄົມ​ທາງ​ລົດ​​ໄຟຈຸດ​ສຸມ, ບັນດາ​​ເສັ້ນທາງ​ລົດ​ໄຟ​ທີ່ມີ​ຜົນ​ປະ​ໂຫຍ​ດສູງ, ​ເຊື່ອ​ມຕໍ່​ກັບ​ບັນດາ​​ແບບ​ວິທີ​ຂົນ​ສົ່ງ​ອື່ນໆ.

 

 

ຂ່າວ/ບົດ​ອື່ນ