ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍສະສົມແຫ່ງຊາດ

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍສະສົມແຫ່ງຊາດ - ảnh 1
( ພາບປະກອບ )

( vovworld ) -   ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສະ​ສົມ​ແຫ່ງ​ຊາດ​ແມ່ນ​ເນື້ອ​ໃນ​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ ( ສສຊ ) ​ໃນ​ຕອນ​ບ່າຍ​ວັນ​ທີ 11/6. ບັນດາ​ຄຳ​ເຫັນ​ລ້ວນ​ແຕ່​ເຫັນ​ດີ​ຕໍ່​ເລື່ອງ​ປະກາດ​ໃຊ້ ກົດໝາຍ​ວ່າ​ດ້ວຍ​ສະ​ສົມ​ແຫ່ງ​ຊາດ​​ໂດຍ​ໄວ ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ບັນດາ​ຄວາມ​ຕ້ອງການ​ກະທັນຫັນ, ຮີບ​ດ່ວນ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ, ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ໄພ​ທຳ​ມະ​ຊາດ, ອັກຄີ​ໄພ, ​ໂລກລະບາດ. ມີ​ຫຼາຍ​ຄວາມ​ເຫັນ​ສະ​ເໜີ​ຍົກ​ເວັ້ນ​ການນຳ​ໃຊ້​ສິນ​ຄ້າສະ​ສົມ​ແຫ່ງ​ຊາດ​ເຂົ້າ​ໃນ​ການ​ຮັກສາ​ຕະຫຼາດ​, ​ເສດ​ຖະກິດ​ມະຫາ​ພາກເປັນ​ປົກ​ກະຕິ, ຮັບປະກັນ​ຊີວິດ​ສັງຄົມ, ​ເພາະວ່າ,​​ໃນສະພາບ​ຕົວ​ຈິງ​​ແລ້ວ, ແຫຼ່ງສະ​ສົມ​ແຫ່ງ​ຊາດ​ໃນ​ປະຈຸ​ບັນ​ຍັງ​ບໍ່​ທັນ​ຕ​ອບສະ​ໜອງ​ໄດ້. ທ່ານ Le Van Hoang, ສສຊ ນະຄອນ​ດາ​ນັ້ງ, ຍົກ​ຄວາມ​ເຫັນ​ວ່າ.

        “ຕາມ​ຂ້າພະ​ເຈົ້າ​ແລ້ວ, ຄວນຄິດ​ໄລ່ ​ແລະ ຄົ້ນຄວ້າ​ກ່ຽວ​ກັບ​ຂໍ້​ກຳນົດ​ກົດໝາຍ​​ສະ​ສົມ​ແຫ່ງ​ຊາດ​ ​ຖືກນຳ​ໃຊ້​ເພື່ອ​​ຮັກສາ​ຕະຫຼາດ​ ​ແລະ ​ຮັກສາ​ເສດຖະກິດ​ມະຫາ​ພາກໃຫ້​ເປັນ​ປົກກະຕິຢ່າງ​ລະອຽດ. ນີ້​ແມ່ນ​ຈຸດໝາຍ​ຍາກ​ທີ່​ຈະ​ປະຕິບັດ​ໄດ້ ​ແລະ ມີ​ທ່າ​ອ່ຽງ​ໄປ​ຝືນ​ກັບຈຸດໝາຍ​ພັດທະນາ​ເສດຖະກິດ​ຕາມ​ກົນ​ໄກ​ການ​ຕະຫຼາດ. ສ່ວນ​ບັນຫາ​ຮັບປະກັນ​ຊີວິດ​ສັງຄົມ​ແມ່ນ​ໜ້າ​ທີ່ ທັງ​ມີ​ຂອບ​ເຂດ​ອັນ​ກວ້າງ​ຂວາງ, ກ່ຽວຂ້ອງ​ເຖິງ​ຫຼາຍ​ຂະ​ແໜງ, ຫຼາຍ​ຂົງ​ເຂດ. ດັ່ງ​ນັ້ນ, ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ອົງການ​ຮຽບຮຽງ​ຄວນ​ພິຈາລະນາ​ຮັດ​ແຄບ​ຈຸດໝາຍ​ນຳ​ໃຊ້​ສະ​ສົມ​ແຫ່ງ​ຊາດ​ບົນພື້ນຖານຄວາມ​ດູ​ນດຽງ​ທາງ​ດ້ານ​ແຫຼ່ງກຳລັງ, ຮັບປະກັນ​ເໝາະ​ສົມ​ກັບ​ຄຸນ​ນະທາດ​ຂອງ​ສະ​ສົມ​ແຫ່ງ​ຊາດ. ​ແຫຼ່ງກຳລັງ​ແຫ່ງ​ຊາດ​ພຽງ​ແຕ່​ນຳ​ໃຊ້​ໃນ​ບັນດາ​ກໍລະນີ​ຮີບ​ດ່ວນ​ທີ່​ສຸດ”

        ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ, ​ເມື່ອປຶກສາລື​ກ່ຽວ​ກັບ​ສະຫຼຸບ​ຂາດ​ຕົວ​ງົບປະມານ​ແຫ່ງ​ລັດ​ປີ 2010, ສສຊ ຫຼາຍ​ທ່ານ​ໄດ້​ສະ​ເໜີ​ເພີ່ມ​ລົງທຶນ​ງົບປະມາ​ແຫ່ງ​ລັດ​ໃຫ້​ແກ່​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ. ປີ 2010 ສະຫຼຸບ​ຂາດ​ຕົວ​ເກີນ​ງົບປະມານ​ແຫ່ງ​ລັດ​ແມ່ນ​ກວ່າ 109.000 ຕື້ດົງ, ​ເທົ່າ​ກັບ 5,5% GDP. ທ່ານ Bui Duc Thuan ສສຊ ​ແຂວງ​ລາຍ​ເຈົາ, ຖື​ວ່າ

  “ຂ້າພະ​ເຈົ້າ​ເຫັນ​ດີ​ຕໍ່ໃບ​ຍື່ນ​ສະ​ເໜີ​ຂອງ​ລັດຖະບານ ​ແລະ ບົດ​ລາຍ​ງານ​ກວດກາ​ຂອງ​ກຳມາ​ທິການ​ການເງິນງົບປະມານ ກ່ຽວ​ກັບ​ການ​ສະຫລຸບ​ຂາດ​ຕົວງົບປະມານ​ແຫ່ງ​ລັດ​ປີ 2010. ​ໃບ​ຍື່ນ​ສະ​ເໜີ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ສະຫລຸບ​ຂາດ​ຕົວງົບປະມານ​ແຫ່ງ​ ລັດ​ປີ 2010 ​ໄດ້​ຮັບ​ການ​ສັງ​ລວມຈາກ​ງົບປະມານ​ຂອງ 63 ​ແຂວງ ນະຄອນ. ບົດ​ລາຍງານ​ຂອງ​ລັດຖະບານ​ທີ່​ຍື່ນສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ ສະຫລຸບ​ຂາດ​ຕົວງົບປະມານ​ແຫ່ງ​ລັດ​ປິ 2010 ​ໄດ້​ມີ​ບັນດາ​ເງື່ອນ​ໄຂ​ອັນ​ຈຳ​ເປັນ, ຕາມ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ຂັ້ນຕ​ອນ, ລະບຽບ​ການ​ໃຫ້​ສັດຕະຍາບັນ​ການ​ສະຫລຸບ​ຂາດ​ຕົວງົບປະມານ​ແຫ່ງ​ລັດ​ຕາມ​ກົດໝາຍ​ ວ່າ​ດ້ວຍ​ງົບປະມານ​ແຫ່ງ​ລັດ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 11/6, ສະພາ​ແຫ່ງ​ຊາດ​ກໍ່​ປຶກສາ​ຫາ​ລື ກ່ຽວ​ກັບ​ການ​ເພີ່ມ​ເຕີ່ມ​ບາງ​ໂຄງການ​ໃໝ່​ທີ່​ນຳ​ໃຊ້​ແຫຼ່ງ​ພັນທະບັດ​ຂອງລັດຖະບານ​ໄລຍະ 2012 – 2015,​​ ໃນ​ນັ້ນ​ມີ​ບາງ​​ໂຄງການທີ່​ສຳຄັນຄື; ​ໂຄງການ​ກໍ່ສ້າງ​ຂົວ​ນ້ຳ​ກັນ (​ແຂວງ​ກາ​ເມົາ); ​ໂຄງການ​ກໍ່ສ້າງ​ຫໍ​ພັກ​ໃຫ້​ແກ່​ນັກ​ສຶກສາມະຫາວິທະຍາ​ໄລ​ຈ່າ​ຫວິ​ງ…

ຂ່າວ/ບົດ​ອື່ນ