ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍຮັບປະກັນອະນາໄມໃນການອອກແຮງງານ

ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍຮັບປະກັນອະນາໄມໃນການອອກແຮງງານ - ảnh 1
ສະມາຊິກສະພາແຫ່ງຊາດນະຄອນເກີນເທີ  ຫງວຽນມິງເຟືອງ
ກ່າວຄຳເຫັນ
(ພາບ: Pham Kiên/TTXVN)

(vovworld) -​ ຕອນ​ເຊົ້າ​ວັນ​ທີ 25/5, ສະພາ​ແຫ່ງ​ຊາດ​ເຮັດ​ວຽກ​ຢູ່​ຫໍ​ປະຊຸມ​ປຶກສາ​ຫາລື​ບາງ​ເນື້ອ​ໃນທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ ຮ່າງ​ກົດໝາຍ​​ວ່າ​ດ້ວຍຮັບ​ປະກັນ, ອະນາ​ໄມ​ໃນ​ການ​ອອກ​ແຮງ​ງານ. ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ບາງ​ທ່ານ​ຖື​ວ່າ. ​ເນື້ອ​ໃນຮ່າງ​ກົດໝາຍ​​ຮັບ​ປະກັນ, ອະນາ​ໄມ​ໃນ​ການ​ອອກ​ແຮງ​ງານ​ເຊິ່ງ​ໄດ້​ຮັບ​ຮັບ​ເອົາ​ຄວາມ​ເຫັນ, ປັບປຸງ ​ແລະ ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ໃນ​ຄັ້ງ​ນີ້, ​ໄດ້​ເຮັດ​​ແຈ້ງທັດສະນະ: ຖືວຽກ​ງານ​ສະກັດ​ກັ້ນ​ອຸປະຕິ​ເຫດ​ໃນ​ການ​ອອກ​ແຮງ​ງານ ກໍ່​ຄື​ພະຍາດ​ທີ່​ເກີດ​ຂຶ້ນ​ຈາກ​ອາຊີບ​ເປັນ​ສຳຄັນ. ມີ ສສຊ ຫຼາຍ​ທ່ານ​ໄດ້​ເຫັນ​ດີ​ຕໍ່​ເລື່ອງ​ເປີດ​ກວ້າງ​ເປົ້າ​ໝາຍ​ນຳ​ໃຊ້ ​ແລະ ນະ​ໂຍບາຍ​ສຳລັບ​ພາກສ່ວນ​ທີ່ບໍ່​ກ່ຽວຂ້ອງ​ເຖິງ​ການອອກ​ແຮງ​ງານ​ເຊັ່ນ​: ກຳນົດ​ກ່ຽວ​ກັບ​ສິດ ​ແລະ ພັນທະ​ຂອງ​ຜູ້​ອອກ​ແຮງ​ງານ; ນະ​ໂຍບາຍ​ປະກັນ​​ອຸປະຕິ​ເຫດ​ໃນ​ການ​ອອກ​ແຮງ​ງານ​ຕາມ​ຮູບ​ການ​ສະໝັກ​ໃຈ; ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ອົງການ​ແຫ່ງ​ລັດ​ໃນ​ການ​ແນະນຳ​ຜູ້​ອອກ​ແຮງ​ງານ​ປະຕິບັດ​ມາດ​ຕະການ​ຮັບປະກັນ, ອະນາ​ໄມ​ໃນ​ການ​ອອກ​ແຮງ​ງານ.

ຂ່າວ/ບົດ​ອື່ນ