ສະພາແຫ່ງຊາດປຶກສາຫາລືຮ່າງມະຕິກ່ຽວກັບການແກ້ໄຂຫນີ້ເສຍຂອງບັນດາອົງການສິນເຊື່ອ

(VOVWORLD)-ໂດຍສືບຕໍ່ກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ຕອນເຊົ້າວັນທີ 7/6 ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບຮ່າງມະຕິກ່ຽວກັບການແກ້ໄຂຫນີ້ເສຍຂອງບັນດາອົງການສິນເຊື່ອ. 
ສະພາແຫ່ງຊາດປຶກສາຫາລືຮ່າງມະຕິກ່ຽວກັບການແກ້ໄຂຫນີ້ເສຍຂອງບັນດາອົງການສິນເຊື່ອ - ảnh 1ກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 

ບັນດາສະມາຊິກສະພາແຫ່ງຊາດ ເປັນເອກະພາບຢ່າງສູງ ແລະ ຢືນຢັນວ່າ: ນີ້ແມ່ນຈຸດເວລາຈຳເປັນເພື່ອປະກາດໃຊ້ມະຕິຂອງສະພາແຫ່ງຊາດກ່່ຽວກັບການແກ້ໄຂຫນີ້ເສຍຂອງບັນດາອົງການສິນເຊື່ອ. ກ່ຽວກັບຫລັກການແກ້ໄຂຫນີ້ເສຍ, ບັນດາສະມາຊິກສະພາແຫ່ງຊາດ ສະເຫນີ ເລື່ອງແກ້ໄຂຫນີ້ເສຍຕ້ອງເຄົາລົບສອງຫລັກການພື້ນຖານ ນັ້ນແມ່ນ ບໍ່ນຳໃຊ້ງົບປະມານເພື່ອແກ້ໄຂຫນີ້ເສຍ ແລະ ຕ້ອງປັບໄຫມຢ່າງເຂັ້ມງວດຄວາມຮັບຜິດຊອບຂອງອົງການ, ບຸກຄົນກໍ່ໃຫ້ເກີດສະພາບຫນີ້ເສຍ. ເພື່ອຈຳກັດສະພາບຫນີ້ເສຍໃນໄລຍະຈະມາເຖິງ, ບັນດາສະມາຊິກສະພາແຫ່ງຊາດ ສະເຫນີ ຫນີ້ເສຍຕ້ອງໄດ້ຮັບການຄຸ້ມຄອງ, ຕິດຕາມກວດກາ ແກ້ໄຂຢ່າງເຂັ້ມງວດ. ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍອົງການສິນເຊື່ອ ແລະ ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ເລມີງຮືງ ອະພິປາຍຄຳເຫັນຂອງສະມາຊິກສະພາແຫ່ງຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ