ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​​ເປັນ​ກຸ່ມ​ກ່ຽວ​ກັບຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະ​ປັບ​ປັບ​ປຸງ

(VOVWORLD) - ນີ້ແມ່ນຮ່າງກົດໝາຍທີ່ມີຂອບຂະໜາດປັບປຸງທີ່ກວ້າງຂວາງ, ມີເນື້ອໃນຍາກ, ສັບສົນ, ມີຜົນກະທົບທີ່ໃຫຍ່ຫຼວງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ບັນດາການເຄື່ອນໄຫວພັດທະນາເສດຖະກິດ ສັງຄົມ.
ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​​ເປັນ​ກຸ່ມ​ກ່ຽວ​ກັບຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະ​ປັບ​ປັບ​ປຸງ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມຊຸດທີ XV (ພາບ: quochoi.vn)

ຕອນເຊົ້າວັນທີ 9 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດໄດ້ຮັບຟັງບົດລາຍງານອະທິບານ, ຮັບຮູ້, ປັບປຸງຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ລາຍງານການສຳຫຼວດກວດກາຮ່າງກົດໝາຍ ແລະ ປຶກສາຫາລືເປັນກຸ່ມກ່ຽວກັບຮ່າງກົດໝາຍສະບັບນີ້. ນີ້ແມ່ນຮ່າງກົດໝາຍທີ່ມີຂອບຂະໜາດປັບປຸງທີ່ກວ້າງຂວາງ, ມີເນື້ອໃນຍາກ, ສັບສົນ, ມີຜົນກະທົບທີ່ໃຫຍ່ຫຼວງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ບັນດາການເຄື່ອນໄຫວພັດທະນາເສດຖະກິດ ສັງຄົມ.

ທີ່ການປຶກສາຫາລືກ່ຽວກັບຮ່າງກົດໝາຍ, ມີສະມາຊິກບາງທ່ານໄດ້ປະກອບຄຳເຫັນກ່ຽວກັບການເປີດກ້ວາງເປົ້າໝາຍໄດ້ຮັບການມອບໂອນກຳມະສິດນຳໃຊ້ດິນກະສິກຳ, ໃນນັ້ນມີດິນປູກເຂົ້າ, ຍັງບໍ່ທັນໄດ້ເຮັດໃຫ້ຈະແຈ້ງກ່ຽວກັບເງື່ອນໄຂຂອງສ່ວນບຸກຄົນທີ່ບໍ່ເຂົ້າຮ່ວມການຜະລິດກະສິກຳໂດຍກົງ ແຕ່ໄດ້ຮັບການໂອນກຳມະສິດນຳໃຊ້ດິນກະສິກຳ. ສິ່ງນີ້ຈະຊ້ອນແຝງຄວາມສ່ຽງວ່າ ສ່ວນບຸກຄົນດັ່ງກ່າວບໍ່ນຳໃຊ້ດິນເຂົ້າໃນການຜະລິດກະສິກຳຢ່າງແທ້ຈິງແຕ່ພັດໂຮມດິນເພື່ອນຳເຂົ້າຜະລິດ, ດຳເນີນທຸລະກິດ… ດັ່ງນັ້ນ, ສະເໜີປັບປຸງຂໍ້ກຳນົດຮ່າງກົດໝາຍຕາມທິດທີ່ເຄັ່ງຄັດກ່ວາອີກກ່ຽວກັບເງື່ອນໄຂໂອນກຳມະສິດນຳໃຊ້ດິນກະສິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ