ສະພາແຫ່ງຊາດປຶກສາຫາລືແລະຮັບຮອງເອົາຮ່າງກົດໝາຍບາງສະບັບ

ສະພາແຫ່ງຊາດປຶກສາຫາລືແລະຮັບຮອງເອົາຮ່າງກົດໝາຍບາງສະບັບ - ảnh 1
(ພາບ​ປະ​ກອບ)

(vovworld) - ​ໂດຍ​ສືບ​ຕໍ່​ກອງ​ປ​ະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊ​ຸດ​ທີ 13, ຕອນ​ບ່າຍ​ວັນ​ທີ 23/11, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໄດ້​ລົງ​ປະ​ຊາ​ມະ​ຕິ​ຮັບ​ຮອງ​ເ​ອົາ​ກົດ​ໝາຍ​ວ່​າ​ດ້ວຍ​ອຸ​ຕຸນິ​ຍົມ​ອຸ​ທົກ​ກະ​ສາດ. ແລະ​ກ​ໍ​ໃນ​ວາ​ລະ​ປະ​ຊຸ​ມ​ຕອນ​ບ່າຍ​ວັນ​ດຽວ​ກັນ, ບັນ​ດ​າ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ເຊ​ັ່ນ​ຂໍ້​ຜູກ​ພັນ, ເຂົ້າ​ຮ່​​ວມ ແລະ ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ສາ​ກົນ (ສະ​ບັບ​ປັບ​ປຸງ).

      ກ່ອນ​ໜ້ານັ້ນ, ​ຕອນ​ເຊົ້າ​ວັ​ນ​ທີ 23/11, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໄດ້​ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍການ​ປົກ​ປ້ອງ, ​ເບິ່ງ​ແຍງດູ​ແລ ​ແລະ ການສຶກສາ​ເດັກນ້ອຍ (ສະບັບ​ປັບປຸງ). ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສ່ວນ​ຫຼາຍ ໄດ້​ເຫັນ​ດີ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ປັບ​ປຸງ ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ, ​ເບິ່ງ​ແຍງດູ​ແລ ​ແລະ ການສຶກສາ​ເດັກນ້ອຍ (ສະບັບ​ປັບປຸງ) ໃຫ້​ກາຍ​ເປັນ​ກົດ​ໝາຍ​​ວ່າ​ດ້ວຍ​ເດັກ​ນ້ອຍຄື​ໃນ​ໃບ​ສະ​ເໜີ​ຂອງ​ລັດ​ຖະ​ບານ.

ຂ່າວ/ບົດ​ອື່ນ