ສະພາແຫ່ງຊາດປຶກສາຫາລືໂຄງການກໍ່ສ້າງຊົນນະບົດໃໝ່

ສະພາແຫ່ງຊາດປຶກສາຫາລືໂຄງການກໍ່ສ້າງຊົນນະບົດໃໝ່ - ảnh 1
ທ່ານ ຫວູຮົ່ງແທງ ຫົວໜ້າກຳມາທິການ
ເສດຖະກິດຂອງສະພາແຫ່ງຊາດ

(vovworld) – ​ ​ ​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14, ຕອນ​ເຊົ້າ​ວັນ​ທີ 04/11, ສະພາ​ແຫ່ງ​ຊາດ​ຮັບ​ຟັງ​ບົດ​ລາຍ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດກໍ່​ສ້າງ​ຊົນນະບົດ​ໃໝ່ (ໄລຍະ 2010 – 2015) ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ຂະ​ແໜງ​ກະສິກຳ​ຄືນ​ໃໝ່ ​ແລະ ປຶກສາ​ຫ​າລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ເນື້ອ​ໃນ​ດັ່ງກ່າວ.

        ກ່ອນ​ໜ້າ​ນັ້ນ, ​ໃນ​ການ​ເຮັດ​ວຽກ​ວັນ​ທີ 03/11, ​ເມື່ອທີ່​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ບັນດາ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ຖື​ວ່າ: ​ໃນ​ເງື່ອນ​ໄຂ​ປະ​ເທດ​ເຮົາ​ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ ​ແລະ ສິ່ງ​ທ້າ​ທາ​ຍຫລາຍ​ຢ່າງ ​ແຕ່​ບັນລຸ​ໄດ້ 13/15 ຄາດໝາຍ​​ເຊິ່ງ​ມະຕິ​ສະພາ​ແຫ່ງ​ຊາດວາງ​ອອກ. ນີ້​ແມ່ນ​ຄວາມ​ຕັດສິນ​ໃຈ​ອັນ​ໃຫຍ່​ຫລວງ​ຂອງ​ພັກ, ລັດຖະບານ ​ແລະ ທົ່ວ​ປວງ​ຊົນ. ​ເມື່ອ​ປຶກສາ​ຫາ​ລື​ກ່ຽວ​ກັບ​ໜ້າ​ທີ່​ມາດ​ຕະການ​ປີ 2017, ສະມາຊິກ​ສະພາ​ແຫ່ງ​ຊາດ​ຫລາຍ​ທ່ານ​ເຫັນ​ດີ​ເຫັນ​ພ້ອມສູງ​ກັບ​ມາດຕະການ​ຂອງ​ລັດຖະບານ​ແມ່ນ ສ້າງ​ໂຄງ​ປະກອບ​ຕິດ​ພັນ​ກັບ​ການ​ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ; ຜັນ​ຂະຫຍາຍ​ແຜນ​ການ​ລົງທຶນພາກ​ລັດ​ໄລຍະ​ກາງ, ​ເຕົ້າ​ໂຮມ​ທຶນ​ໃຫ້​ບັນດາ​ໂຄງການພັດທະນາ​ໂຄງ​ລ່າງຈຸດ​ສຸມ, ສ້າງກຳລັງ​ແຜ່​ຂະຫຍາຍ ​ແລະ ​ເຊື່ອມ​ຕໍ່​ພັດທະນາ. ຄຽງ​ຂ້າງ​​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດທະນາ​ເສດຖະກິດ​, ບາງ​ຄຳ​ເຫັນ​ຖື​ວ່າ: ຄວນ​ຮັບ​ຮູ້ບັນດາ​ຜົນ​ກະທົບ, ສິ່ງ​ທ້າ​ທາຍ​ຕໍ່​ຊີວິດ​ການ​​ເປັນ​ຢູ່​ທາງ​ສັງ​ຄົມ ​ເຊິ່ງຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ເອົາ​ໃຈ​ໃສ່​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ຄື: ການ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ, ມົນ​ລະ​ພິດສິ່ງ​ແວດ​ລ້ອມ, ຄວາມ​ປອດ​ໄພ ​ແລະ ສຸຂະ​ອະນາ​ໄມ​ດ້ານ​ອາຫານ, ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ, ປ້ອງ​ກັນ​ຕ້ານອັກຄີ​ໄພ…ທີ່​ສົ່ງຜົນ​ສະທ້ອນ​ຢ່າງ​ຮ້າຍ​ແຮງ​ເຖິງ​ຊີວິດ​ການ​ເປັນ​ຢູ່, ການ​ຜະລິດ ​ແລະ ສິ່ງ​ແວດ​ລ້ອມ.

ຂ່າວ/ບົດ​ອື່ນ