ສະພາແຫ່ງຊາດປຶກສາຫາລືໂຄງການຕິດຕາມກວດກາຂອງສະພາແຫ່ງຊາດປີ 2025

(VOVWORLD) - ທີ່ການເຮັດວຽກໃນຕອນບ່າຍ, ສະພາແຫ່ງຊາດຮັບຟັງບົດລາຍງານກ່ຽວກັບງົບປະມານແຫ່ງລັດປີ 2022, ບົດລາຍງານອະພິປາຍ, ຮັບຟັງ, ດັດປັບຮ່າງກົດໝາຍວ່າດ້ວຍອຸດສາຫະກຳການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ປຸກລະດົມອຸດສາຫະກຳ.
ສະພາແຫ່ງຊາດປຶກສາຫາລືໂຄງການຕິດຕາມກວດກາຂອງສະພາແຫ່ງຊາດປີ 2025 - ảnh 1ພາບປະກອບ

ວັນທີ 30 ພຶດສະພາ, ສະພາແຫ່ງຊາດຊຸດທີ XV ສືບຕໍ່ມື້ເຮັດວຽກທີ 10 ຂອງກອງປະຊຸມສະໄໝສາມັນເທື່ອທີ 7, ທີ່ຫໍສະພາແຫ່ງຊາດ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ໃນຕອນເຊົ້າ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບ: ຮ່າງໂຄງການຕິດຕາມກວດກາຂອງສະພາແຫ່ງຊາດປີ 2025; ຮ່າງແຜນການສ້າງກົດໝາຍ, ລັດຖະດຳລັດປີ 2025, ປັບປຸງໂຄງການສ້າງກົດໝາຍ, ລັດຖະດຳລັດປີ 2024.

        ທີ່ການເຮັດວຽກໃນຕອນບ່າຍ, ສະພາແຫ່ງຊາດຮັບຟັງບົດລາຍງານກ່ຽວກັບງົບປະມານແຫ່ງລັດປີ 2022, ບົດລາຍງານອະພິປາຍ, ຮັບຟັງ, ດັດປັບຮ່າງກົດໝາຍວ່າດ້ວຍອຸດສາຫະກຳການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ປຸກລະດົມອຸດສາຫະກຳ. ຫຼັງຈາກນັ້ນ, ສະພາແຫ່ງຊາດກໍ່ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍອຸດສາຫະກຳປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ລະດົມອຸດສາຫະກຳ.

ຕອບກັບ

ຂ່າວ/ບົດ​ອື່ນ