ສະພາແຫ່ງຊາດປ່ອນບັດໃຫ້ສັດຕະຍາບັນແຕ່ງຕັ້ງຜູ້ພິພາກສາສານປະຊາຊົນສູງສຸດ

ສະພາແຫ່ງຊາດປ່ອນບັດໃຫ້ສັດຕະຍາບັນແຕ່ງຕັ້ງຜູ້ພິພາກສາສານປະຊາຊົນສູງສຸດ - ảnh 1
(ທ່ານ​ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ເຈືອງ​ຮ່ວາ​ບິ່ງ)

​(vovworld) – ​ໃນ​ວາລະ​ເຮັດ​ວຽກ​ຕອນ​ເຊົ້າ​ວັນ​ທີ 26/06, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​​ໄດ້​ຮັບຮອງ​ເອົາ​ມະຕິ​ໃຫ້​ສັດຕະຍາບັນ​ຂໍ້​ສະ​ເໜີ​ຂອງ​ປະທານ​ສານ​ປະຊາຊົນ​ສູງສຸ​ດ ກ່ຽວ​ກັບ​​ເລື່ອງ​ແຕ່​ງຕັ້ງຜູ້​ພິພາກສາ​ສານ​ປະຊາຊົນ​ສູງສຸດ. ນີ້​ແມ່ນ​ຄັ້ງ​ທຳອິດ​ທີ່​ສະພາ​ແຫ່ງ​ຊາດ​ດຳ​ເນີ​ນການ​ໃຫ້​ສັດຕະຍາບັນ​ຖັນ​ແຖວ​ຜູ້​ພິພາກສາ​ສານ​ປະຊາ​ຊົນ​ສູງ​ສຸດ ຕາມ​ຂໍ້​ກຳນົດ​ຂອງ​ລັດທຳ​ມະນູນ​ປີ 2013 ​ແລະ ກົດໝາຍ​ວ່າ​ດ້ວຍ​ອົງການສານ​ປະຊາຊົນ​ສູງ​ສຸດ.

      ​ລາຍ​ງານທີ່​ການ​​ເຮັດ​ວຽກ​ໃນ​ຕອນ​ເຊົ້າ​ວັນ​ທີ 26/06, ທ່ານ​ປະທານ​ສານ​ປະຊາຊົນ​ສູງ​ສຸດ ​ເຈືອງ​ຮ່ວາ​ບິ່ງ ​ໃຫ​້ຮູ້​ວ່າ: ສະພາ​ຄັດ​​ເລ​ືອກ, ຕິດຕາມ​ກວດກາ​ຜູ້​ພິພາກສາ​ແຫ່ງ​ຊາດ ​ໄດ​້​ເປັນ​ເອກະ​ພາບ​ນຳ​ກັນ​ຄັດ​ເລືອກ, ອອກ​ມະຕິ​ສະ​ເໜີ​ປະທານສານ​ປະຊາຊົນສູງ​ສຸດ​ຍື່ນ​ສະ​ເໜີຕໍ່​ສະພາ​ແຫ່ງ​ຊາດ​ໃຫ້​ສັດຕະຍາບັນ, ທ່ານ​ປະທານ​ປະ​ເທດ​ແຕ່ງຕັ້ງ​ຜູ້​ພິພາກສາ​ສານ​ປະຊາຊົນ​ສູງ​ສຸດ.

ຂ່າວ/ບົດ​ອື່ນ