ສະ​ພາ​ແຫ່ງ​ຊາດ​ປະ​ກອບ​ຄຳ​ເຫັນໃສ່​ບົດການ​ລ​າຍງ​ານ​ສະຫຼຸບ 5 ປ​ີ ແຫ່ງ​ການ​ຜັນ​ຂະ​ຫຍາຍການ​​ປະ​ຕິ​ບັດລັດ​ຖະ​ທຳ​ມະ​ນູນ ປີ 2013

(VOVWORLD) - ໂດຍສືບຕໍ່ລາຍການກອງປະຊຸມຄັ້ງທີ 37ຂອງສະພາແຫ່ງຊາດ, ຕອນເຊົ້າວັນທີ 11 ກັນຍາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ບົດລາຍງານສະຫຼຸບ 5 ປີ ແຫ່ງການຜັນຂະຫຍາຍການປະຕິບັດລັດຖະທຳມະນູນປີ 2013, ບົນພື້ນຖານດັ່ງກ່າວໄດ້ສະໜີ ວິທີການສືບຕໍ່ຜັນຂະຫຍາຍການປະຕິບັດລັດຖະທຳມະນູນໃຫ້ມີປະສິດທິຜົນ.

5 ປີແຫ່ງການຜັນຂະຫຍາຍການປະຕິບັດລັດຖະທຳມະນູນ 2013 (2014 - 2019) ໄດ້ໃຫ້ເຫັນວ່າ: ວຽກງານຊີ້ນຳ, ບໍລິຫານກໍ່ຄືບັນດາການເຄື່ອນໄຫວຜັນຂະຫຍາຍການປະຕິບັດລັດຖະທຳມະນູນໄດ້ຮັບການປະຕິບັດຢ່າງເລິກເຊິ່ງກວ້າງຂວາງໃນທົ່ວປະເທດ. ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກາດໃຊ້ກົດໝາຍ, ລັດຖະບັນຍັດ 69 ສະບັບໃນນັ້ນມີບັນດາປະມວນກົດໝາຍມີລັກສະນະພື້ນຖານໃນລະບົບກົດໝາຍ.

ແລະກໍ່ໃນຕອນເຊົ້າວັນທີ 11 ກັນຍາ, ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາ, ຕົກລົງການສ້າງຕັ້ງ 4 ຕາແສງຢູ່ 3 ແຂວງຄື: ກ໋ວາງນິງ, ຫ໋າຍເຢືອງ, ລາວກາຍ.

ໃນຕອນບ່າຍຂອງວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບວຽກງານແກ້ໄຂຄຳຮ້ອງທຸກ, ຮ້ອງຟ້ອງໃນປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ