ສະພາແຫ່ງຊາດຝຣັ່ງຮັບຮອງເອົາສັນຍາຄູ່ຮ່ວມມື(PCA)ຫວຽດນາມ-ສະຫະພາບເອີຣົບ(EU)

ສະພາແຫ່ງຊາດຝຣັ່ງຮັບຮອງເອົາສັນຍາຄູ່ຮ່ວມມື(PCA)ຫວຽດນາມ-ສະຫະພາບເອີຣົບ(EU) - ảnh 1
(ທ່ານ Pascal Deguilhem, ສະ​ມາ​ຊິກ​​ລັດ​ຖະ​ບານສະ​ພາ​,
ປະ​ທານ​ກຸ່ມ​ ສະ​ມາ​ຊິກ​ລັດ​ຖະສະ​ພາ​ມິດ​ຕະ​ພາບ​ຝ​ຣັ່ງ-ຫວຽດ​ນາມ)


(vovworld) –  ວັນ​ທີ 17 ມີ​ນາ, ສະ​ພາ​ແຫ່ງ​ຊາດ​ຝ​ຣັ່ງ​ຮັບ​ຮອງ​ເອົາ ສັນ​ຍ​າ​ຄູ່​ຮ່ວມ​ມື ແລະ ຮ່ວມ​ມື​ຮອບ​ດ້ານ (PCA) ຫວຽດ​ນາມ-ສະ​ຫະ​ພາບ​ເອີ​ຣົບ(EU) ຢ່າງ​ເປັນ​ທາງ​ການ. ສັນ​ຍາດັ່ງ​ກ່າວ ໂດຍສະ​ພາ​ແຫ່ງ​ຊາດ​ຝ​ຣັ່ງ ຮັບ​ຮອງເອົາ​ດ້ວຍ​ຄວາມ​ເຫັນ​ດີ​ເປັນ​ເອກ​ະ​ພາບ​ສູງ, ພາຍຫຼັງ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ເຂັ້ມ​ແຂງ ຈາກ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ ຂອງ​ສະ​ພາ​ແຫ່ງ​ຊາດ​ຝ​ຣັ່ງ ​ກ່ອນນີ້​ສອງ​ສາມ​ວັນ. ເຫດ​ການນີ້ ​ຈະ​ເປັນ​ບາດ​ກ້າວ​ເລີ່ມ​ຕົ້ນ​ທີ່​ສຳ​ຄັນ ເພື່ອໃຫ້​ການ​ພົວພັນ ​ຫວຽດ​ນາມ-EU ເວົ້າ​ລວມ ແລະ ຫວຽດ​ນາມ-ຝ​ຣັ່ງ ເວົ້າ​ສະ​ເພາະ ພັດ​ທະ​ນາ​​ຢ່າງ​ຂະ​ຫຍັນ​ຂັນ​ແຂງ ແລະ​ໝັນ​ຄົງ​ກ່​ວາ. ຕີ​ລາ​ຄາ ​ກ່ຽວ​ກັບ​ຄວາມ​ໝາຍ​ ຂອງເລື່ອງສະ​ພາ​ແຫ່ງ​ຊາດ​ຝ​ຣັ່ງ ຮັບ​ຮອງ​ເອົ​າ​ສັນ​ຍາ PCA, ທ່ານ Pascal Deguilhem, ສະ​ມາ​ຊິກ​​ລັດ​ຖະ​ບານສະ​ພາ​, ປະ​ທານ​ກຸ່ມ​ ສະ​ມາ​ຊິກ​ລັດ​ຖະສະ​ພາ​ມິດ​ຕະ​ພາບ​ ຝ​ຣັ່ງ-ຫວຽດ​ນາມ ໃຫ້​ຮ​ູ້​ວ່າ:

        ຂອບ​ສັນ​ຍາ​ແມ່ນີ້ມີ​ຄວາມ​ສຳ​ຄັນ​ທີ່​ສຸດ ໃນ​ການຊຸກ​ຍູ້ການ​ພົວ​ພັນ ລະ​ຫວ່າງ ສອງ​ປະ​ເທດ​ຂອງ​ພວກ​ເຮົາ ກໍ່​ຄື ລະ​ຫວ່າງ ຫວຽດນາມ ແລະ EU. ໂດຍຜ່ານ​ການ​ພົວ​ພັນ​ທາງ​ການ​ທູ​ດ, ເ​ສດ​ຖະ​ກິດ, ​ສັນ​ຍາແມ່ນີ້ ອະນຸ​ຍາດ ໃຫ້​ຫັນ​ເປັນຫຼາຍ​ຝ່າຍ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ, ເຮັດ​ໃຫ້​ການ​ພົວ​ພັນ​ ສອງ​ຝ່າຍ​ຂະ​ຫຍັນ​ຂັນ​ແຂງ​ຍິ່ງໆ​ຂື້ນ.

        ກ່ອນ​ໜ້ານັ້ນ, ໃນ​ວັນ​ທີ 17/02/2015, ກອງ​ປະ​ຊຸມ​​ສະ​ພາ​ສູງ​ຝ​ຣັ່ງ ໄດ້​ຮັບ​ຮອງ​ເອົາ PCA ຫວຽດ​ຍນາມ-EU. ​ຖັດ​ຈາກ​ເລື່ອງສະ​ພາ​ສູງ​ຝ​ຣັ່ງ ສຳ​ເລັດ​ການ​ຮັບ​ຮອງເອົາ PCA , ຫວຽດ​ນາມ ​ຍັງ​ຕ້ອງ​ລໍ​ຖ້າ​ ສອງ​ປະ​ເທດ ອີ​ຕາ​ລີ ແລະ ​ເກຼັກ ຮັບ​ຮອງ​ເອົາອີກ​ ເພື່ອໃຫ້​ສັນ​ຍາ​ໄດ້​ຮັບ​ການຜັນ​ຂະ​ຫຍາຍ ​ຢ່າງ​ເປັນ​ທາງ​ການ​.

ຂ່າວ/ບົດ​ອື່ນ