ສະພາແຫ່ງຊາດພິຈາລະນາພົ້ນຕຳແໜ່ງປະທານປະເທດສຳລັບທ່ານເຈືອງເຕີ໋ນຊາງ

ສະພາແຫ່ງຊາດພິຈາລະນາພົ້ນຕຳແໜ່ງປະທານປະເທດສຳລັບທ່ານເຈືອງເຕີ໋ນຊາງ - ảnh 1
(ທ່ານ​ປະທານປະເທດ ເຈືອງ​ເຕີ໋ນຊາງ)

(vovworld) - ສືບ​ຕໍ່​ວຽກ​ງານ​ບຸກຄະລາ​ກອນຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 11 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 31/03, ຕາງໜ້າຄະນະ​ປະຈຳ​ສະພາ​​ແຫ່ງ​ຊາດ, ທ່ານ​ນາງ ຫງວຽນ​ທິກີ​ມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ ອ່ານ​ໃບ​ສະ​ເໜີ​ກ່ຽວ​ກັບ​​ເລື່ອງ​ພົ້ນຕຳ​ແໜ່​ງປະທານ​ປະ​ເທດ. ຕາມ​ນັ້ນ​ແລ້ວ, ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 1 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ທ່ານ ​ເຈືອງ​ເຕີ໋ນຊາງ ກຳມະການ​ກົມ​ການ​ເມືອງຊຸດ​ທີ 11 ​ເຊິ່ງໄດ້​ຮັບ​ການ​ເລືອກ​ຕັ້ງຈາກ​ສະພາ​ແຫ່ງ​ຊາດ​ໃຫ້​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ປະ​ເທດ. ​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງ ທ່ານ​ເຈືອງ​ເຕີ໋ນຊາງ ຍາມ​ໃດ​ກໍ່​ປະຕິບັດ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ​. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ຖື​ວ່າ:

        “​ໂດຍ​ຄວາມ​ຮຽກຮ້ອງຊັບຊ້ອນວຽກ​ງານ​ບຸກຄະລາ​ກອນ​ຂັ້ນ​ສູງ​ຂອງ​ພັກ ​ແລະ ລັດ ພາຍຫລັງ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຂັ້ງ​ທີ 12 ຂອງ​ພັກ, ​​ເພື່ອ​ສ້າງ​ຄວາມ​ຄົບ​ຊຸດ​ໃນ​ວຽກ​ງານພະນັກງານ, ອີງ​ໃສ່​ມະຕິ​ເລກທີ 01 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12, ອີງ​ຕາມມາດຕາ 74 ລັດຖະທຳ​ມະນູນ ​ແຫ່ງສາທາລະນະ​ລັດ​ສັງຄົມ​ນິຍົມ ຫວຽດນາມ, ມາດຕາ 11 ກົດໝາຍ​ວ່າ​ດ້ວຍສະພາ​ແຫ່ງ​ຊາດ ມາດຕາ 39 ກົດ​ລະບຽບ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຍືນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ພິຈາລະນາ​ພົ້ນ​ຕຳ​ແໜ່​ງ​ປະທານ​ປະ​ເທດ​ສຳ​ລັບ​ທ່ານ ​ເຈືອງ​ເຕີ໋ນຊາງ”.

 

ຂ່າວ/ບົດ​ອື່ນ