ສະພາແຫ່ງຊາດພິຈາລະນາພົ້ນບາງຕຳແຫນ່ງການນຳຂອງສະພາແຫ່ງຊາດ


ສະພາແຫ່ງຊາດພິຈາລະນາພົ້ນບາງຕຳແຫນ່ງການນຳຂອງສະພາແຫ່ງຊາດ - ảnh 1
ພາບ​ປະ​ກອບ:baogiaothong

(vovworld)-ໃນ​ວາ​ລະ​ປະ​ຊຸມ​ຕອນ​ເຊົ້າ​ວັນ​ທີ 2/4, ພາ​ຍ​ຫລັງ​ສຳ​ເລັດ​ວຽກ​ງານ​ເລືອກ​ຕັ້ງ​ປະ​ທານ​ປະ​ເທດ, ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ລາຍ​ງານ​ໃບ​ສະ​ເຫນີ​ກ່ຽວ​ກັບ​ການ​ພົ້ນ​ຕຳ​ແຫນ່ງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ກຳ​ມະ​ການ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ສະ​ພາ​ຊົນ​ເຜົ່າ​ຂອງ​ສະ​ພາ​ແຫ່ງ​ຊາດ, ຫົວ​ຫນ້າ​ບັນ​ດາ​ກຳ​ມາ​ທິ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ຫົວ​ຫນ້າ​ອົງ​ການກວດ​ສອບ​ແຫ່ງ​ລັດ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ສະ​ພາ​ແຫ່ງ​ຊາດ​ຮັບ​ຟັງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ລາຍ​ງານ​ໝາກ​ຜົນ​ການ​ປຶກ​ສາ​ຫາ​ລື​ຢູ່​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ອະ​ພິ​ປາຍ, ຮັບ​ເອົາ​ຄຳ​ເຫັນ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພົ້ນ​ຕຳ​ແຫນ່ງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ສະ​ມາ​ຊິກ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈຳ​ນວນ​ຫນຶ່ງ, ປະ​ທານ​ສະ​ພາ​ຊົນ​ເຜົ່າ, ຫົວ​ຫນ້າ​ບັນ​ດາກຳ​ມາ​ທິ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ຫົວ​ຫນ້າ​ອົງ​ການກວດ​ສອບ​ແຫ່ງ​ລັດ ແລະ ປ່ອນ​ບັດ​ປິດລັບພົ້ນ​ຕຳ​ແຫນ່ງ ແລະ ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ການ​ພົ້ນ​ບັນ​ດາ​ຕຳ​ແຫນ່ງດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ