ສະພາແຫ່ງຊາດພິຈາລະນາແລະປຶກສາຫາລືຮ່າງກົດໝາຍສຳຄັນບາງສະບັບ

ສະພາແຫ່ງຊາດພິຈາລະນາແລະປຶກສາຫາລືຮ່າງກົດໝາຍສຳຄັນບາງສະບັບ - ảnh 1
(ພາບປະກອບ)

(vovworld) – ​ໂດຍ​ສືບ​ຕໍ່​ລາຍການ​ເຮັດ​ວຽກ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7, ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ຕອນ​ບ່າຍ​ວັນ​ທີ 4/6, ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ​ໃບ​ສະ​ເໜີ​ ​ແລະ ບົດ​ລາຍ​ງານ​ກວດກາ​ຮ່າງ​ກົດໝາຍ 5 ສະບັບ​ເຊິ່ງລວມມີ: ກົດໝາຍ​ວ່າ​ດ້ວຍ​ບັດປະຈຳຕົວ​ພົນລະ​ເມືອງ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສຳ​ມະ​ໂນ​ຄົວ, ຮ່າງ​ກົດໝາຍປັບປຸງ, ​ເພີ່​ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍສັນ​ຊາດ ຫວຽດນາມ, ຮ່າງ​ກົດໝາຍປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍວ່າ​ດ້ວຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ ຫວຽດນາມ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຕຳຫຼວດ ປະຊາຊົນ (ສະບັບ​ປັບປຸງ). ຕາມ​ໃບ​ສະ​ເໜີ​ແລ້ວ, ບັນດາ​ຮ່າງ​ກົດ​ໝາຍ​ນີ້​ຈະ​ໄດ້​ປັບປຸງ​ໃຫ້​ເໝາະ​ສົມ​ກັບ​ສະພາບ​​ຕົວ​ຈິງ ​ແລະ ລັດຖະທຳ​ມະນູນ ທີ່​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຮັບຮອງ​ເອົາ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ຜ່ານ​ມາ.

    ກ່ອນ​ໜ້າ​ນັ້ນ, ​ໃນ​ການ​ປຶກສາ​ຫາລື​​ຕອນ​ເຊົ້າ​ວັນ​ທີ 4/6 ກ່ຽວ​ກັບ​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມບາງ​ຂໍ້ມາ​ດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການບິນ​ພົນ​ລະ​ເຮືອນ ຫວຽດນາມ, ບັນຫາ​ຄວາມ​ສະຫງົບປອດ​ໄພ​ທາງ​ການບິນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ ສສຊ ຫຼາຍ​ທ່ານ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ທາງ​ການບິນນັບ​ມື້​ນັບ​ເພີ່ມ​ຂຶ້ນ. ສສຊ ສ່ວນ​ຫຼາຍ​ເຫັນ​ດີ​ຕໍ່​ເລື່ອງ​ປັບປຸງ​ກົດ​ໝາຍວ່າ​ດ້ວຍ​ການບິນ​ພົນລ​ະ​ເຮືອນ ຫວຽດນາມ ​ເພື່ອ​ແນ​ໃສ່​ຍົກ​ສູງບົດບາ​ດ, ໜ້າ​ທີ່ ​ແລະ ສິດ​ອຳນາດຂອງ​ຂະ​ແໜງ​ການ​ບິນ​ໃຫ້​ເໝາະ​ສົມ​ກັບ​ບັນດາ​ສົນທິສັນຍາ ​ແລະ ຄຳ​ໝັ້ນ​ສັນຍາ​ສາກົນ, ກໍ່​ຄື​​ເໝາະ​ສົມ​ກັບ ລັດຖະທຳ​ມະນູນ. ທ່ານ ດັ້ງ​ງອກ​ເຫ​ງ້ຍ, ສສຊ ​ແຂວງ ​ເທື່ອ​ທຽນ​ເຫ້ວ, ປະກອບ​ຄຳ​ເຫັນ​ວ່າ:

    “ຄວາມ​ສະຫງົບ​ປອດ​ໄພດ້ານ​ການບິນ​ແມ່ນ​ສຳຄັນ​ທີ່​ສຸດ. ​ໃນ​ກົດໝາຍ​ສະບັບ​ນີ້​ກໍ່​ໄດ້​ເຕື້ອງ​ເຖິງ​ຫຼາຍ​ເນື້ອ​ໃນ​ລະອຽດ​ແຕ່​ຂ້າພະ​ເຈົ້າ​ສະ​ເໜີ​ວ່າ: ກຳລັງ​ນີ້​ຕ້ອງ​ໄດ້​ຮັບ​ການ​ເລືອກ​ເຟັ້ນ, ຝຶກ​ອົບຮົມ​, ມີ​ວິຊາ​ສະ​ເພາະ​ເກັ່ງ ຍ້​ອນວ່າ​ນີ້​ແມ່ນ​​ໂສມ​ໜ້າ​​ຂອງ​ປະ​ເທດ​ຊາດ. ມີ​ບັນດາ​ບັນຫາ​ເກີດ​ຂຶ້ນ​ນີ້​ຈະ​ແມ່ນ​ກຳລັງ​ຫຼັກ​​ແຫຼ່ງ​ເພື່ອ​ປົກ​ປັກ​ຮັກສາ​ສະໜາມ​ບິນ​. ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ສະ​ເໜີ​ວ່າ: ມອບ​ກຳລັງ​ນີ້​ໃຫ້​ກະຊວງ​ຄົມມະນາຄົມ - ຂົນ​ສົ່ງ ຫາກ​ບໍ່​ແມ່ນ​ວິ​ສາ​ຫະກິດ ຫຼື ອົງການ​ໃດ.”

 

ຂ່າວ/ບົດ​ອື່ນ