ສະພາແຫ່ງຊາດພົ້ນຕຳແໜ່ງປະທານປະເທດ ຫງວຽນຝູຈ້ອງ

(VOVWORLD) -ເຖິງວ່າໜ້າທີ່ແມ່ນໜັກໜ່ວງທີ່ສຸດ, ແຕ່ດ້ວຍໜ້າທີ່ຄວາມຮັບຜິດຊອບອັນສູງສົ່ງຕໍ່ພັກ, ຕໍ່ປະຊາຊົນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສຸມຈິດສຸມໃຈໃຫ້ແກ່ການພັດທະນາປະເທດຊາດ, ປະຕິບັດສຳເລັດໜ້າທີ່ໃນຖານະຕຳແໜ່ງປະທານປະເທດແຫ່ງສສ.ຫວຽດນາມ.
ສະພາແຫ່ງຊາດພົ້ນຕຳແໜ່ງປະທານປະເທດ ຫງວຽນຝູຈ້ອງ - ảnh 1ສະພາແຫ່ງຊາດໄດ້ດຳເນີນການພົ້ນຕຳແໜ່ງປະທານປະເທດດ້ວຍການປ່ອນບັດລັບ
(ພາບ: VGP)

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ຕອນບ່າຍວັນທີ 02 ເມສາ, ພາຍໃຕ້ການບໍລິຫານຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ, ສະພາແຫ່ງຊາດໄດ້ດຳເນີນການພົ້ນຕຳແໜ່ງປະທານປະເທດດ້ວຍການປ່ອນບັດລັບ. ກ່າວຄຳເຫັນພາຍຫຼັງສະພາແຫ່ງຊາດຮັບຮອງເອົາມະຕິກ່ຽວກັບການພົ້ນຕຳແໜ່ງທ່ານປະທານປະເທດຫງວຽນຝູຈ້ອງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ເນັ້ນໜັກວ່າ.

        “2 ກວ່າປີຜ່ານມາ, ໃນເງື່ອນໄຂລະອຽດ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຮັບດຳລົງຕຳແໜ່ງປະທານປະເທດຕື່ມອີກ. ເຖິງວ່າໜ້າທີ່ແມ່ນໜັກໜ່ວງທີ່ສຸດ, ແຕ່ດ້ວຍໜ້າທີ່ຄວາມຮັບຜິດຊອບອັນສູງສົ່ງຕໍ່ພັກ, ຕໍ່ປະຊາຊົນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສຸມຈິດສຸມໃຈໃຫ້ແກ່ການພັດທະນາປະເທດຊາດ, ປະຕິບັດສຳເລັດໜ້າທີ່ໃນຖານະຕຳແໜ່ງປະທານປະເທດແຫ່ງສສ.ຫວຽດນາມ. ໂດຍຕາງໜ້າໃຫ້ສະພາແຫ່ງຊາດ, ຂໍຂອບໃຈ ແລະ ຂໍອວຍພອນໃຫ້ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈົ່ງມີສຸຂະພາບເຂັ້ມແຂງ, ພ້ອມກັບກົມການເມືອງ, ຄະນະເລຂາ, ຄະນະບໍລິຫານງານສູນກາງພັກ, ນຳພາພັກ, ນຳພາປະຊາຊົນ ແລະ ນຳປະເທດຫວຽດນາມ ໃຫ້ນັບມື້ນັບພັດທະນາຢ່າງໄວ ແລະ ໝັ້ນຄົງ”.

        ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງດຳລົງຕຳແໜ່ງປະທານປະເທດໃນວັນທີ 23 ຕຸລາ 2018 ທີ່ກອງປະຊຸມສະໄໝສາມັນເມື່ອທີ 6, ສະພາແຫ່ງຊາດຫວຽດນາມ ຊຸດທີ 14.

ຕອບກັບ

ຂ່າວ/ບົດ​ອື່ນ