ສະພາແຫ່ງຊາດຟີລິບປິນຮັບຮອງທ່ານR.Duterteໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນປະທານາທິບໍດີ

ສະພາແຫ່ງຊາດຟີລິບປິນຮັບຮອງທ່ານR.Duterteໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນປະທານາທິບໍດີ - ảnh 1
ທ່ານ Rodrigo Duterte
(ພາບ:

(vovworld) – ວັນ​ທີ 30/5, ສະພາ​ແຫ່ງ​ຊາດ ຟີ​ລິບ​ປິນ ຮັບຮອງ​ທ່ານ Rodrigo Duterte ​ໄດ້​ຮັບ​ໄຊຊະນະ​ໃນ​ການເລືອກ​ຕັ້ງ​​ປະທານາທິບໍດີ​ຄົນ​ໃໝ່​ຂອງ​ປະ​ເທດ​ນີ້, ພາຍຫຼັງ​ທ່ານ​ຍາດ​ໄດ້​ໄຊຊະນະ​ຢ່າງ​ຂາດ​ນັ້ນ​ໃນ​ການ​ເລືອ​ຕັ້ງ​ເມື່ອ​ວັນ​ທີ 9/5 ຜ່ານ​ມາ. ທີ່​ວາລະ​ປະຊຸມ​ຮ່ວມທີ່​ນະຄອນຫຼວງ Manila, ສະພາ​ຕຳ່ ​ແລະ ສະພາ​ສູງ ຟີ​ລິບ​ປິນ ​ໄດ້​ໃຫ້​ສັດຕະຍາບັນ​ໝາກຜົນ​ຂອງ​ການ​ນັບ​ບັດ​ທາງ​ການ, ຕາມ​ນັ້ນ​ແລ້ວ, ທ່ານ Duterte ຍາດ​ໄດ້​ໄຊຊະນະດ້ວຍ​ຈຳນວນ​ບັດ​ສະໜັບສະໜູນ​ຫຼາຍ​ກ່ວາຄູ່​ແຂ່ງ​ຂອງ​ຕົນແມ່ນ​ທ່ານ ລັດຖະມົນຕີ​ກະຊວງ​ພາຍ​ໃນ Manuel Mar Roxas 6 ລ້ານ​ບັດ. ກໍ່​ໃນ​ວາລະ​ປະຊຸມ​ໄດ້​ຖ່າຍ​ທອດ​ສົດ​ໃນ​ຊ່ອງ​ໂທລະພາບ​ແຫ່ງ​ຊາດ​ດັ່ງກ່າວ, ສະພາ​ແຫ່ງ​ຊາດ ຟີ​ລິ​ບປິນ ປະ​ກາດ​ວ່າ ສະມາຊິກ​ສະພາ​ແຫ່ງ​ຊາດ ຍິງ Leni Robredo ​​ເປັນ​ຜູ້​ຍາດ​ໄດ້​ໄຊ​ຊະນະ​ໃນ​ການ​ເລືອກ​ຕັ້ງ​ຮອງ​ປະທານາທິບໍດີດ້ວຍ​ຈຳນວນ​ບັດ​ສະໜັບ​ສະ​ໜູນ , ລື່ນ​ກາຍ​ທ່ານ​ສະມາຊິກ​ສະພາ​ສູງ Ferdinand Marcos.



ຂ່າວ/ບົດ​ອື່ນ