ສະພາແຫ່ງຊາດຢູກແລນໄດ້ຮັບຮອງເອົາກົດໝາຍວ່າດ້ວຍການອະໄພຍະໂທດ

 ສະພາແຫ່ງຊາດຢູກແລນໄດ້ຮັບຮອງເອົາກົດໝາຍວ່າດ້ວຍການອະໄພຍະໂທດ    - ảnh 1
ກອງປະຊຸມວິສາມັນສະພາ​ແຫ່ງ​ຊາດ​ຢູກ​ແລນ​ເມືອ່ວັນທີ 28/1
(ພາບ:TTXVN)

(vovworld)- ​ໂດຍ​ສື​ບຕໍ່​ຄວາມ​ມານະ​ພະຍາຍາມຫຼຸດຜ່ອນ​ສະພາບຄວາມ​ເຄັ່ງ​ຕຶງຢູ່​ພາຍ​ໃນ​ປະ​ເທດ, ວັນ​ທີ 29/1, ສະພາ​ແຫ່ງ​ຊາດ​ຢູກ​ແລນ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ການ​ອະ​ໄພ​ຍະ​ໂທດ​ໃຫ້​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ກໍ່​ຄວາມ​ວຸ່ນວາຍ​ຖືກ​ຈັບ​ຕົວ ​ໂດຍ​ເວັ້ນ​ເສຍ​ແຕ່​ບັນດາ​ອາດຊະຍາ​ກອນ​ທີ່​ເປັນ​ອັນຕະລາຍ, ພ້ອມ​ທັງ​ສະ​ເໜີ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງສະໜັບສະໜູນ​ຝ່າຍ​ຄ້ານວ່າ  ພາຍ​ໃນ 15 ວັນ ຕ້ອງ​ຖອນ​ອອກ​ຈາກບັນດາ​ສຳນັກງານ​ອຳນາດ​ການ​ປົກຄອງ​ໂດຍ​ເຂົາ​ເຈົ້າ​ພວມ​ຢຶດຄອງ. ກ່ອນ​ໜ້າ​ນັ້ນ,​ໃນ​ວັນ​ທີ 28/1, ສະພາ​ແຫ່ງ​ຊາດ​ຢູກ​ແລນ​ໄດ້​ລົບ​ລ້າງ​ປະ​ມວນກົດໝາຍ​ວ່າ​ດ້ວຍ​ການ​ຕ້ານ​ການແຫ່​ຂະ​ບວນປະ​ທ້ວງ ​ແລ​ະ ທ່ານ​ນາຍົກລັດຖະມົນຕີ ​ຢູກ​ແລນ Mykola Azarov ​ໄດ້​ຍືນ​ໜັງສື​ລາ​ອອກ​ຈາກ​ຈາກ​ຕຳ​ແ່ໜງ ຊຶ່ງ​ເປັນການ​ຜ່ອນ​ສັ້ນຜ່ອນ​ຍາວ​ຕໍ່​ການສະ​ເໜີ​ຈາກ​ຝ່າຍ​ຄ້ານ ​ແນ​ໃສ່​ແກ້​ໄຂ​ວິ​ກິດ​ການ​ການ​ເມືອງ​ທີ່​ແກ່ຍາວ​ເປັນ​ເວລາ 2 ​ເດືອນ​ທີ່​ຜ່ານ​ມາ​ຢູ່​ປະ​ເທດ​ນີ້​ດ້ວຍ​ການ​ເດີນ​ຂະ​ບວນປະ​ທ້ວງທີ່​ມີ​ຂອບ​ຂະໜາດ​ໃຫຍ່​ຄັດຄ້ານ​ລັດຖະບານ. 

ຂ່າວ/ບົດ​ອື່ນ