ສະພາແຫ່ງຊາດຢູແກຼນຍົກເລີກກົດໝາຍຕ້ານການແຫ່ຂະບວນປະທ້ວງ

ສະພາແຫ່ງຊາດຢູແກຼນຍົກເລີກກົດໝາຍຕ້ານການແຫ່ຂະບວນປະທ້ວງ - ảnh 1
ຜູ້​ແຫ່​ຂະ​ບວນປະ​ທ້ວງ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນເມື່ອກົດໝາຍຕ້ານການ
ແຫ່ຂະບວນປະທ້ວງຖືກຍົກເລີກ
ພາບ:dantri.com

(vovworld)-  ​ເລື່ອງຍົກເລີກກົດໝາຍຕ້ານການແຫ່ຂະບວນປະທ້ວງໄດ້ຮັບການ​ຮັບຮອງ​ເອົາ​ທີ່​ສະພາ​ແຫ່ງ​ຊາດ ດ້ວຍ​ບັດ​ສະຫນັບສະຫນູນ 361 ບັດ ​ແລະ ບັດ​ຄ້ານ 2 ບັດ. ກົດໝາຍ​ສະບັບ​ດັ່ງ່ກາວ​ຫາ​ກໍ່​ໄດ້​ຮັບຮອງ​ເອົາ​ຈາກ​ສະພາ​ແຫ່ງ​ຊາດ​​ເມື່ອ​ວັນ​ທີ 16/1 ​ແຕ່​ຖືກ​ຄັດຄ​້ານຢ່າງ​ແຮງ​ຈາກ​ຝ່າຍ​ຄ​​້ານ. ວັນ​ທີ 27/1, ປະທານາທິບໍດີ ຢູ​ແກຼນ Viktor Yanukovich ຍອມຮັບ​ຍົກ​ເລີກ​ກົດໝາຍ​ດັ່ງກ່າວ ພາຍຫລັງ​ການ​ເຈລະຈາ​ກັບ​ບັນດາ​ການ​ນຳ​ຝ່າຍ​ຄ້ານ. ນີ້​ແມ່ນ​ການ​ກະທຳ​ຂອງ​ສະພາ​ແຫ່ງ​ຊາດ ຢູ​ແກຼນ ​ເພື່ອ​ແກ້​ໄຂ​ສະພາບ​ບໍ່​ມີ​ທາງ​ອອກ​ດ້ານ​ການ​ເມ​ືອງທີ່​ແກ່ຍາວ​ໃນ 2 ​ເດືອນ​ຜ່ານ​ມາ​ຢູ່​ປະ​ເທດ​ນີ້. ພາຍຫລັງ ສະພາ​ແຫ່ງ​ຊາດ ຍົກ​ເລີກ ກົດໝາຍ​ສະບັບ​ດັ່ງກ່າວ, ຜູ້​ແຫ່​ຂະ​ບວນປະ​ທ້ວງ​ພວມ​ເຕົ້າ​ໂຮມ​ຢູ່ ສະຫນາມ​ຫລວງ​ເອກະລາດ Kiev ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ​ໂຮ່ຮ້ອງ​.

 

 

 

ຂ່າວ/ບົດ​ອື່ນ