ສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາກົດໝາຍບາງສະບັບ

(VOVWORLD) - ສະພາແຫ່ງຊາດກໍ່ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ) ແລະ ບັນດາບົດລາຍງານຂອງລັດຖະບານກ່ຽວກັບການສະຫລຸບເບື້ອງຕົ້ນການທົດລອງການຈັດຕັ້ງຮູບແບບອຳນາດການປົກຄອງຕົວເມືອງຢູ່ນະຄອນຫຼວງ ຮ່າໂນ້ຍ
ສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາກົດໝາຍບາງສະບັບ - ảnh 1ສະພາແຫ່ງຊາດ ເຮັດວຽກຢູ່ ຫໍປະຊຸມໃນວັນທີ 24 ພະຈິກ
(ພາບ:Doãn Tấn/TTXVN)

ຕາມແຜນການຂອງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 27 ພະຈິກ, ທີ່ຫໍສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍບັດປະຈຳຕົວ ແລະ ກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ).

        ສະພາແຫ່ງຊາດກໍ່ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ) ແລະ ບັນດາບົດລາຍງານຂອງລັດຖະບານກ່ຽວກັບການສະຫລຸບເບື້ອງຕົ້ນການທົດລອງການຈັດຕັ້ງຮູບແບບອຳນາດການປົກຄອງຕົວເມືອງຢູ່ນະຄອນຫຼວງ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ໝາກຜົນ 3 ປີແຫ່ງການປະຕິບັດການຈັດຕັ້ງອຳນາດການປົກຄອງຕົວເມືອງຢູ່ນະຄອນ ໂຮ່ຈີມິນ.

        ຕອນບ່າຍວັນທີ 27 ພະຈິກ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍຊັບພະຍາກອນນ້ຳ (ສະບັບປັບປຸງ) ແລະ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຮັກສາສຳເນົາ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ