ສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍການບິນພົນລະເຮືອນຫວຽດນາມ

ສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍການບິນພົນລະເຮືອນຫວຽດນາມ - ảnh 1
ວາ​ລະ​ປະ​ຊຸມ​ໃນ​ຕອນ​ເຊົ້າ​ວັນ​ທີ 21/11
(ພາບ​ຈາກ vtv.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 21/11, ສະພາ​ແຫ່ງ​ຊາດ​ຈັດ​ວາລະ​ປະຊຸມ​ຄົບ​ຄະນະ​ທີ່​ຫໍ​ປະຊຸມ, ປຶກສາ​ຫາ​ລື​ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ລັດຖະບານ (ສະບັບ​ປັບປຸງ). ທີ່​ວາລະ​ປະຊຸມ, ບັນດາ ສສຊ ​ໄດ້​ເຫັນ​ດີ​ຕໍ່​ຄວາມ​ຈຳ​ເປັນ​ຕ້ອງ​ປັບປຸງກົດໝາຍ​ວ່າ​ດ້ວຍ​ລັດຖະບານທີ່​ພວມ​ປະກາດ​ໃຊ້ ​ເພື່ອ​ແກ້​ໄຂ​ຄວາມ​ຕິດ​ຂັດ, ຈຳກັດ, ສືບ​ຕໍ່​ປັບປຸງ​ກົນ​ໄກ​ການ​ນຳ, ຊີ້​ນຳນຳພາ ​ແລະ ການບໍລິຫານຂອງ​ລັດຖະບານ, ນາຍົກລັດຖະມົນຕີ. ພ້ອມ​ທັງ​ຮັບປະກັນ​ລັກສະນະ​ກະທັດ​ລັດ, ​ເປັນ​ເຈົ້າ​ການ​ມີ​ຫົວຄິດ​ປະດິດ​ສ້າງ, ຂະຫຍັນ​ຂັນ​ເຄື່ອນ, ມີ​ໄຫວ​ພິກ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ວາງ​ອອກ. ​ແຕ່​ບັນດາ ສສຊ ກໍ່​ຖື​ວ່າ, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ລັດຖະບານ (ສະບັບ​ປັບປຸງ) ຄວນ​​ໃກ້ຊິດ, ຫັນ​ຫຼັກການ​ຂອງ​ລັດຖະທຳ​ມະນູນ​ປີ 2013ທີ່​ກຳນົດ​ກ່ຽວ​ກັບ​ການຈັດຕັ້ງ​ລັດຖະບານ​ເປັນ​ລະອຽດ. ບັນດາ ສສຊ ກໍ່​ສະ​ເໜີ​ວ່າ ຮ່າງ​ກົດໝາຍ​ຄວນ​ມີ​ລັກສະນະ​ຫຼັກການ​ກ່ຽວ​ກັບ​ການ​ແບ່ງ​ຂັ້ນ​ຂອງ​ລັດຖະບານ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ, ບົນ​ພື້ນຖານ​ນັ້ນ​ກົດໝາຍ​ວ່າ​ດ້ວຍ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ ​ແລະ ບັນດາ​ກົດໝາຍ​ຂະ​ແໜງ​ສະ​ເພາະ​ຈຶ່ງ​ກຳນົດ​ການ​ແບ່ງ​ຂັ້ນ​ຢ່າງ​ລະອຽດ.
ກ່ອນໜາ້ນັ້ນ, ຕອນ​ເຊົ້າ​ວັນ​ທີ 21/11, ສະພາ​ແຫ່ງ​ຊາດ​ໄດ້​ຈັດ​ວາລະ​ປະຊຸມ​ຄົບ​ຄະນະ​ຢູ່​ຫໍ​ປະຊຸມ ຮັບ​ຟັງ​ກຳມະການ​ຄະນະ​ປະຈຳສະພາ​ແຫ່ງ​ຊາດຫົວໜ້າ​ກຳມາ​ທິການ​ກົດໝາຍ​ ຟານ​ຈູງຫຼີ ​ແນະນຳ​ບົດ​ລາຍ​ງານ​ອະພິປາຍ, ຮັບ​ເອົາ​ຄຳ​ເຫັນ​ຂອງ ສສຊ ກ່ຽວ​ກັບ​ຮ່າງ​ກົດໝາຍ​ປັບປຸງ​ເພີ່ມ​ເຕີມ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການບິນ​ພົນລະ​ເຮືອນ​ຫວຽດນາມ, ​ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ກົດໝາຍນີ້ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ພັນທະ​ການ​ທະຫານ (ສະບັບ​ປັບປຸງ).

ບົດ​ລາຍ​ງານ​ອະພິປາຍ, ຮັບ​ເອົາ​ຄຳ​ເຫັນຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຮູ້​ວ່າ, ​ເພື່ອ​ແກ້​ໄຂ​ສະພາບ​ວິ​ສາ​ຫະກິດ​ສວຍ​ໃຊ້​ສິດ​ຜູກຂາດ​ເພື່ອ​ຍົກ​ລາຄາ​ການ​ບໍລິການ, ພິ​ເສດ​ແມ່ນ​ສຳລັບ​ການ​ບໍລິການ​ປອດ​ການບິນ​ທີ່​ຈຳ​ເປັນ, ຮ່າງ​ກົດໝາຍ​ໄດ້​ຮັບ​ການ​ປັບປຸງ​ຕາມ​ທິດ​ລັດ​ກຳນົດ​ລາຄາ​ສຳລັບ​ການ​ບໍລິການ​ການບິນ ​ແລະ ການ​ບໍລິການ​ປອດ​ການບິນ​ທີ່​ຈຳ​ເປັນ. ສ່ວນ​ລາຄາ​ບໍລິການ, ສິນຄ້າ​ອື່ນໆ​ຖືກ​ດັດສົມ​ຕາມ​ກົນ​ໄກ​ການ​ຕະຫຼາດ ​ໂດຍ​ວິ​ສາ​ຫະກິດ​ຕົກລົງ, ​ແຕ່​ຕ້ອງ​ຕິດ​ປະກາດ​ຢ່າງ​ເປີດ​ເຜີຍ. ຜ່ານ​ນັ້ນ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຜູ້​ຊົມ​ໃຊ້ ​ແລະ ວິ​ສາ​ຫະກິດ.

ຕໍ່​ຈາກ​ນັ້ນ, ດ້ວຍ​ຈຳນວນ​ບັດ​ເຫັນ​ດີ​ສ່ວນ​ຫຼາຍ​ນັ້ນ, ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ ກົດໝາຍ​ວ່າ​ດ້ວຍ​ການບິນ​ພົນລະ​ເຮືອນ​ຫວຽດນາມ.


ຂ່າວ/ບົດ​ອື່ນ