ສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍການປະມູນລາຄາຊັບສິນ

ສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍການປະມູນລາຄາຊັບສິນ - ảnh 1
(ພາບປະກອບ)

(vovworld)- ຕອນ​ບ່າຍ ວັນ​ທ​ີ 17/11,  ດ້ວຍ​ບັດ​ເຫັນ​ດີ​​ສ່ວນຫຼາຍ, ບັນ​ດາ​ສະ​ມາ​ຊິກ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ​ເທື່ອ​ທີ 2 ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ໄດ້ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ມູນ​ລາ​ຄາ​ຊັບ​ສິນ. ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ມູນ​ລາ​ຄາ​ຊັບ​ສິນກຳ​ນົດ ​ກ່ຽວ​ກັບຫຼັກ​ການ​, ຂັ້ນ​ຕອນ, ລະ​ບ​ຽບ​ການ​ປະ​ມູນ​ຊັບ​ສິນ, ຄ່າ​ທຳ​ນຽມ​ປະ​ມູນ​ຊັບ​ສິນ, ​ການຄຸ້ມ​ຄອງ​ລັດ​ ກ່ຽວ​ກັບ​ການ​ປະ​ມູນ​ລາ​ຄາ​ຊັບ​ສິນ. ຕາມກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ມູນ​ລາ​ຄາ​ຊັບ​ສິນ ຕ້ອງ​ຮັບ​ປະ​ກັນ​ລັກ​ສະ​ນະເອ​ກະ​ລາດ, ບໍ​ລິ​ສຸດ, ເປີດ​ເຜີຍ, ປອດ​ໄສ, ຍຸດ​ຕິ​ທຳ, ພາ​ວະ​ວິ​ໄສ; ຮັກ​ສາ​ສິດ, ຜົນ​ປະ​ໂຫຍດ​ຖືກ​ຕ້ອງ​ຕາມກົດ​ໝາຍ ​ຂອງ​ຜູ້​ມີ​ຊັບ​ສິນ​ປະ​ມູນ​ລາ​ຄາ, ຜູ້​ເຂົ້າ​ຮ່ວມ​​ການປະ​ມູນ​ລາ​ຄາ, ຜູ້​ໄດ້​ຮັບ​​ຊະ​ນະ​ໃນການປະ​ມູນ​ລາ​ຄາ​, ຜູ້​ທີ່​ຊື້​ຊັບ​ສິນ​ປະ​ມູນ​ລາ​ຄາໄດ້, ອົງ​ການ​ປະ​ມູນ​ລາ​ຄາ, ນັກ​ປະ​ມູນລາ​ຄາ. ການ​ປະ​ມູນ​ຕ້ອງ​​ໄດ້​ຮັບ​ການ​ບໍ​ລິ​ຫານ​ຈາກ​ຜູ້​ປະ​ມູນລາ​ຄາ, ຍົກ​ເວັ້ນ​ກໍ​ລະ​ນີ​ການ​ປະ​ມູນ​ໂດຍ​ສະ​ພາ​ປະ​ມູນ​ຊັບ​ສິນ​ປະ​ຕິ​ບັດ.

         ຕອນ​ບ່າຍ​ວັນ​ດຽວ​ກັນ, ບັນ​ດາ​ສະ​ມາ​ຊິກ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ເທື່ອ​ທີ 2 ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ສະ​ບັບ​ປັບ​ປຸງ, ເພີ່ມ​ເຕີມ​ບັນ​ຊີ​ຂະ​ແໜງ, ອາ​ຊີບ​ລົງ​ທຶນ​ດຳ​ເນ​ີນ​ທຸ​ລະ​ກິດ ທີ່​ມີ​ເງື່ອນ​ໄຂ​ ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ.

ຂ່າວ/ບົດ​ອື່ນ