ສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍຄວາມປອດໄພໃນການສື່ສານທາງເຄືອຂ່າຍອິນເຕີແນັດ

ສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍຄວາມປອດໄພໃນການສື່ສານທາງເຄືອຂ່າຍອິນເຕີແນັດ - ảnh 1
ສືບ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13
(ພາບອິນເຕີແນັດ)

(vovworld) ​ ​ ​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 19/11 ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຮັບ​ຟັງ​ໃບ​ສະ​ເໜີ, ບົດ​ລາຍ​ງານ​ຜົນ​​ການ​ກວດກາ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຢາ (ສະບັບ​ປັບປຸງ). ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຢາ (ສະບັບ​ປັບປຸງ) ​​ໄດ້ເພີ່ມ​ເຕີມ 4 ພາກຄື: ນະ​ໂຍບາຍ​ຂອງ​ລັດ​ກ່ຽວ​ກັບ​ການ​ຢາ ​ແລະ ພັດທະນາ​ອຸດສາຫະກຳ​ການ​ຢາ; ການ​ດຳ​ເນີນອາຊີບ​ການ​ຢາ ​ແລະ ການຄຸ້ມ​ຄອງ​ລາຄາ​ຢາປົວ​ພະຍາດ. ຕາມ​ໃບ​ສະ​ເໜີ​ຂອງ​ລັດຖະບານ​ແລ້ວ, ບາງ​ຈຸດ​ໃໝ່​ໄດ້​ຮັບ​ການ​ປັງ​ປຸງ​​ໂດຍ​ພື້ນຖານ ​ເມື່ອ​ທຽບ​ໃສ່​ກັບ​ກົດໝາຍ​ທີ່​ພວມ​ປະກາດ​ໃຊ້​ໃນປະຈຸ​ບັນ​ແມ່ນ​ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ລາຄາ​ຢາປົວ​ພະຍາດ. ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຢາ (ສະບັບ​ປັບປຸງ) ບໍ່​ກຳນົດ​ການ​ທາ​ບທາມ​ລາຄາ​ຢາ​ຢູ່​ບັນດາ​ປະ​ເທດ​ມີ​ເງື່ອນ​ໄຂ​ດ້ານສາທາລະນະ​ສຸກ, ການ​ຄ້າ​ທີ່ຄ້າຍຄືກັນ​ກັບ ຫວຽດນາມ.

        ​ແລະ​ກໍ​ໃນ​ຕອນ​ເຊົ້າ, ດ້ວຍ​ສ່ວນ​ຫລາຍ​ບັດ​ສະໜັບສະໜູນ, ສະພາ​ແຫ່ງ​ຊາດ​​ໄດ້ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍຄວາມ​ປອດ​ໄພ​​ໃນ​ການ​ສື່ສານ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ.

 

ຂ່າວ/ບົດ​ອື່ນ