ສະພາແຫ່ງຊາດລົງປະຊາມະຕິຮັບຮອງເອົາກົດໝາຍວ່າດ້ວຍປ່າໄມ້

(VOVWORLD) -ໂດຍສືບຕໍ່ລາຍການເຮັດວຽກ, ຕອນເຊົ້າວັນທີ 15 ພະຈິກ, ດ້ວຍບັດເຫັນດີເປັນສ່ວນຫລາຍ, ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍປ່າໄມ້. 

ສະພາແຫ່ງຊາດລົງປະຊາມະຕິຮັບຮອງເອົາກົດໝາຍວ່າດ້ວຍປ່າໄມ້ - ảnh 1 ສະພາແຫ່ງຊາດລົງປະຊາມະຕິຮັບຮອງເອົາກົດໝາຍວ່າດ້ວຍປ່າໄມ້

ພາບ:vietnam+

ກົດໝາຍສະບັບນີ້ ໄດ້ກຳນົດກ່ຽວກັບການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ, ນຳໃຊ້ປ່າ; ປຸງແຕ່ງ ແລະ ການຄ້າຂາຍເຄື່ອງປ່າຂອງດົງ. ຕາມກົດໝາຍວ່າດ້ວຍປ່າໄມ້ແລ້ວ, ເລື່ອງຫັນຈຸດປະສົງນຳໃຊ້ປ່າໄປສູ່ຈຸດປະສົງນຳໃຊ້ອື່ນ ຕ້ອງຕອບສະຫນອງບັນດາເງື່ອນໄຂ, ສອດຄ່ອງກັບການຈັດສັນປ່າໄມ້ລະດັບຊາດ, ການຈັດສັນ, ການວາງແຜນນຳໃຊ້ທີ່ດິນ, ໂດຍແມ່ນອົງການລັດ ມີສິດອຳນາດຕັດສິນແຜນນະໂຍບາຍຫັນຈຸດປະສົງການນຳໃຊ້ປ່າໄປສູ່ຈຸດປະສົງອື່ນ.

ກ່ຽວກັບການຄຸ້ມຄອງລັດດ້ານປ່າໄມ້, ກົດໝາຍສະບັບນີ້ໄດ້ກຳນົດຕາມທິດຈັດແບ່ງບົດບາດຫນ້າທີ່ຄຸ້ມຄອງລັດກ່ຽວກັບປ່າໄມ້ ແລະ ບົດບາດຫນ້າທີ່ປະຕິບົດກົດໝາຍຂອງກຳລັງກວດກາປ່າໄມ້ຢ່າງຈະແຈ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ