ສະພາແຫ່ງຊາດລົງມະຕິຮັບຮອງເອົາປະມວນກົດໝາຍແພ່ງ(ສະບັບປັບປຸງ)

ສະພາແຫ່ງຊາດລົງມະຕິຮັບຮອງເອົາປະມວນກົດໝາຍແພ່ງ(ສະບັບປັບປຸງ) - ảnh 1
(ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຮັບຮອງ​ເອົາ
​ປະມວນ​ກົດໝາຍ​ແພ່ງ ສະບັບ​ປັບປຸງ)


(vovworld) ​ ​ໃນ​ວາລະ​ປະຊຸມ​ຕອນ​ເຊົ້າວັນ​ທີ 27/11, ດ້ວຍ​ບັດ​ເຫັນ​ດີ 84% ຂອງ​ສະມາຊິກ​, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຮັບຮອງ​ເອົາ​ປະມວນ​ກົດໝາຍ​ແພ່ງ (ສະບັບ​ປັບປຸງ). ​ປະມວນ​ກົດໝາຍ​ແພ່ງ (ສະບັບ​ປັບປຸງ) ​ໄດ້​ກຳນົດ​ອາຍຸ​ຄວາມ​ຮັບຜິດຊອບ​ທາງ​ແພ່ງ​ແມ່ນ​ມີ​ອາຍຸ​ຄົບ 14 ປີ ຮອດ 16 ປີ; ຍົກ​ເວັ້ນການຕັດສິນ​ລົງ​ໂທດ​ປະຫານ​ຊີວິດ​ສຳລັບ 7 ​ໂທດ​ລວມມີ: ​​ໂທດລັກ​ສັບ​ສິນ; ຄອບ​ຄອງ​ຢາ​​​ເສບຕິດຢ່າງ​ຜິດ​ກົດໝາຍ; ຍາດ​ຊີງ​ຢາ​ເສບ​ຕິດ; ທຳລາຍ​ກິດຈະການ​, ຮາດ​ຖານ, ພາຫະນະ​ສຳຄັນ​ກ່ຽວ​ກັບ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ; ຕໍ່ຕ້ານ​ຄ​ຳສັ່ງ; ຍອມ​ຈຳນົນ​ສັດ​ຕູ; ທຳລາຍ​ສັນຕິພາບ, ​ເກີດ​ສົງຄາມ​ຮຸກ​ຮານ; ຕ້ານ​ມະນຸດ; ອາດ​ຊະ​ຍາ​ກຳສົງຄາມ. ປະມວນ​ກົດໝາຍ​ແພ່ງ (ສະບັບ​ປັບປຸງ ) ກຳນົດ​ບໍ່​ໜູນ​ໃຊ້ການຕັດສິນ​ລົງ​ໂທດ​ປະຫານ​ຊີວິດ ​ແລະ ດຳ​ເນີນ​ຄະດີ​ປະຫານ​ຊີວິດສຳລັບ​ຜູ້​ມີ​ອາຍຸ​​ແຕ່ 75 ປີ​ຂຶ້ນ​ໄປ. ຄຽງ​ຂ້າງ​ນັ້ນ, ປະມວນ​ກົດໝາຍ​ກໍ​ກຳນົດ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ດ້ານ​ອາຍາ​ຂອງ​ນິຕິບຸກຄົນ, ບັນດາ​ການ​ຕັດສິນ​ລົງ​ໂທດ​ສຳລັບ​ນິຕິບຸກຄົນ​​………….; ກຳນົດ​ກ່ຽວ​ກັບ​ໂທດ​ລ່ວງ​ລະ​ເມີດ​ຄວາມ​ປອດ​ໄພ​ດ້ານ​ສື່ສານ ​ແລະ ​ເນື້ອ​ໃນ​ສຳຄັນ​ອື່ນໆຫລາຍ​ຢ່າງ.


ຂ່າວ/ບົດ​ອື່ນ