ສະພາແຫ່ງຊາດລົງມະຕິຮັບຮອງເອົາມະຕິ, ຮ່າງກົດໝາຍສຳຄັນບາງສະບັບ

(VOVWORLD) - ສະພາແຫ່ງຊາດໄດ້ລົງມະຕິຮັບຮອງເອົາມະຕິກ່ຽວກັບການໃຫ້ສັດຕະຍາບັນການສະຫລຸບຂາດຕົວງົບປະມານແຫ່ງລັດປີ 2015, ມະຕິກ່ຽວກັບເລື່ອງແຍກເນື້ອໃນທົດແທນ, ຫນູນຊ່ວຍ, ສ້າງທີ່ຢູ່ອາໄສຄືນໃຫມ່ ກາຍເປັນພາກສ່ວນໂຄງການພາກສ່ວນເພື່ອຜັນຂະຫຍາຍທ່າອາກາດສະຍານສາກົນ ລອງແທ່ງ. 
ສະພາແຫ່ງຊາດລົງມະຕິຮັບຮອງເອົາມະຕິ, ຮ່າງກົດໝາຍສຳຄັນບາງສະບັບ - ảnh 1 ບັນດາຜູ້ແທນທີ່ຫໍປະຊຸມ

ສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄຫມສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 14, ຕອນເຊົ້າວັນທີ 19 ມິຖຸນາ ຢູ່ ຮ່າໂນ້ຍ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປົກປັກຮັກສາ ແລະ ພັດທະນາປ່າ (ສະບັບປັບປຸງ), ສະພາແຫ່ງຊາດໄດ້ປຶກສາຫາລື ແລະ ລົງມະຕິຮັບຮອງເອົາມະຕິໃຫ້ສັດຕະຍາບັນໃບສະເຫນີຂອງຫົວຫນ້າສານປະຊາຊົນສູງສຸດກ່ຽວກັບການແຕ່ງຕັ້ງຜູ້ພິພາກສາສານປະຊາຊົນສູງສຸດ 2 ຄົນ.

ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ລົງມະຕິຮັບຮອງເອົາມະຕິກ່ຽວກັບການໃຫ້ສັດຕະຍາບັນການສະຫລຸບຂາດຕົວງົບປະມານແຫ່ງລັດປີ 2015, ມະຕິກ່ຽວກັບເລື່ອງແຍກເນື້ອໃນທົດແທນ, ຫນູນຊ່ວຍ, ສ້າງທີ່ຢູ່ອາໄສຄືນໃຫມ່ ກາຍເປັນພາກສ່ວນໂຄງການພາກສ່ວນເພື່ອຜັນຂະຫຍາຍທ່າອາກາດສະຍານສາກົນ ລອງແທ່ງ. ສະພາແຫ່ງຊາດ ກໍ່ລົງມະຕິ ແລະ ຮັບຮອງເອົາຮ່າງກົດໝາຍບາງສະບັບນັ້ນແມ່ນ ກົດໝາຍວ່າດ້ວຍການຖ່າຍທອດເຕັກໂນໂລຊີ (ສະບັບປັບປຸງ), ກົດໝາຍວ່າດ້ວຍຊົນລະປະທານ, ກົດໝາຍວ່າດ້ວຍການທ່ອງທ່ຽວ (ສະບັບປັບປຸງ)

ຕອບກັບ

ຂ່າວ/ບົດ​ອື່ນ