ສະພາແຫ່ງຊາດສິ້ນສຸດການປຶກສາຫາລືກ່ຽວກັບວຽກງານຕຸລາການ

(VOVWORLD) -ຕອນເຊົ້າວັນທີ 7 ພະຈິກ, ສະພາແຫ່ງຊາດສິ້ນສຸດການປຶກສາຫາລືກ່ຽວກັບວຽກງານປ້ອງກັນເຫດ, ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍ; ວຽກງານປະຕິບັດຄຳຕັດສິນຂອງສານ; ວຽກງານປ້ອງກັນ ຕ້ານການສໍ້ລາດບັງຫລວງປີ 2017. 

ສະພາແຫ່ງຊາດສິ້ນສຸດການປຶກສາຫາລືກ່ຽວກັບວຽກງານຕຸລາການ - ảnh 1 ສະພາແຫ່ງຊາດສິ້ນສຸດການປຶກສາຫາລືກ່ຽວກັບວຽກງານຕຸລາການ

ພາບ:qhvn

ກ່ຽວຂ້ອງເຖິງວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ, ມີສະມາຊິກສະພາແຫ່ງຊາດຫລາຍທ່ານ ໄດ້ຝາກຝັງຄວາມໄວ້ເນື້ອເຊື່ອໃຈຂອງຜູ້ມີສິດເລືອກຕັ້ງສຳລັບຄວາມຕັດສິນໃຈຂອງພັກ, ລັດ ໃນວຽກງານປ້ອງກັນຕ້ານການສໍ້ລາດບັງຫລວງ.

ໃນວາລະປຶກສາຫາລືໃນຕອນເຊົ້າວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ ກໍ່ໄດ້ປຶກສາຫາລືຢ່າງກົງໄປກົງມາກ່ຽວກັບຫລາຍບັນຫາກ່ຽວຂ້ອງເຖິງການເຄື່ອນໄຫວຂອງຂະແຫນງຕຸລາການ. ຜູ້ຕາງຫນ້າຂະແຫນງຕຳຫລວດ, ສານ, ໄອຍະການ ໄດ້ອະພິປາຍຕໍ່ສະພາແຫ່ງຊາດກ່ຽວກັບບາງບັນຫາຊື່ງສະມາຊິກສະພາແຫ່ງຊາດມີຄວາມສົນໃຈ. 

ຕອບກັບ

ຂ່າວ/ບົດ​ອື່ນ