ສະພາແຫ່ງຊາດສິ້ນສຸດວາລະຊັກຖາມ ແລະ ຕອບຄຳຊັກຖາມ

(VOVWORLD) - ທ່ານນາຍົກລັດຖະມົນຕີໄດສັງລວມບັນດາໝາກຜົນທີ່ບັນລຸໄດ້ກ່ຽວກັບເສດຖະກິດ - ສັງຄົມຂອງ ຫວຽດນາມ;
ສະພາແຫ່ງຊາດສິ້ນສຸດວາລະຊັກຖາມ ແລະ ຕອບຄຳຊັກຖາມ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ)

        ພາຍຫຼັງເຮັດວຽກມາເປັນເວລາ 2 ມື້ເຄິ່ງ, ຕອນເຊົ້າວັນທີ 08 ພະຈິກ, ຢູ່ ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ສິ້ນສຸດວາລະຊັກຖາມ ແລະ ຕອບຄຳສັກຖາມບັນດາສະມາຊິກລັດຖະບານ, ໃນຂອບເຂດ ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ກ່ອນທີ່ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນສະຫຼຸບວາລະຊັກຖາມ, ຕອບຄຳຊັກຖາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລາຍງານອະພິປາຍ, ຕອບຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດໂດຍກົງ.

 ທີ່ການລາຍງານອະພິປາຍຕໍ່ສະພາແຫ່ງຊາດ, ກ່ອນທີ່ຕອບຄຳຊັກຖາມ, ທ່ານນາຍົກລັດຖະມົນຕີໄດ້ສັງລວມ ບັນດາໝາກຜົນທີ່ບັນລຸໄດ້ກ່ຽວກັບເສດຖະກິດ - ສັງຄົມຂອງ ຫວຽດນາມ; ທ່ານເນັ້ນໜັກວ່າ ລັດຖະບານ ຈະມານະພະຍາຍາມບັນລຸບັນດາເປົ້າໝາຍ, ຄາດໝາຍແຜນການຂອງປີໃຫ້ໄດ້ລະດັບສູງສຸດ, ໃນນັ້ນມີ ການເຕີບໂຕ GDP ບັນລຸລະດັບວ່າ 5%, ສ້າງທ່ວງທ່າໃຫ້ແກ່ການປະຕິບັດແຜນການປີ 2024. ທ່ານນາຍົກລັດຖະມົນຕີກໍ່ໃສ່ໃຈວ່າ ຕ້ອງຍູ້ແຮງການຫັນປ່ຽນພະລັງງານສີຂຽວ, ສະອາດ, ຍຸດຕິທຳ ດ້ວຍຄຳໝັ້ນສັນຍາສາກົນກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າ ອາກາດ.

        ສຳລັບການພັດທະນາເສດຖະກິດດີຈີຕອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ໃຫ້ຮູ້ວ່າ:

        “ເສດຖະກິດດີຈີຕອນປີ 2023 ບັນລຸລະດັບເຕີບໂຕ 17%, ປີ 2024, ຄາດວ່າຈະບັນລຸລະດັບເຕີບໂຕ 20%. ສະນັ້ນ, ຖ້າເສດຖະກິດດີຈີຕອນບັນລຸລະດັບເຕີບໂຕ 20% ຫວຽດນາມ ຈະປະຕິບັດສຳເລັດ ກ່ອນກຳນົດເວລາ 1 ປີ. ລັດຖະບານໄດ້ປະກາດໃຊ້ໂຄງການຫັນປ່ຽນດີຈີຕອນແຫ່ງຊາດ, ຍຸດທະສາດກ່ຽວກັບ ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ພົນລະເມືອງດີຈີຕອນ. ປີ 2023, ໄດ້ຖືເອົາຫົວຂໍ້ແມ່ນຂໍ້ມູນດີຈີຕອນ, ສ້າງພື້ນຖານຂໍ້ມູນຂ່າວສານແຫ່ງຊາດ, ເຊື່ອມຕໍ່ຂໍ້ມູນຂ່າວສານພົນລະເມືອງກັບບັນດາຂະແໜງການ, ທຸກຂັ້ນ ເພື່ອດຳເນີນການຫັນພື້ນຖານເສດຖະກິດເປັນດີຈີຕອນ”.

ສະພາແຫ່ງຊາດສິ້ນສຸດວາລະຊັກຖາມ ແລະ ຕອບຄຳຊັກຖາມ - ảnh 2(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ)

        ກ່າວຄຳເຫັນອັດວາລະຊັກຖາມ ແລະ ຕອບຄຳຊັກຖາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ຊີ້ແຈ້ງວ່າ:

     “ນີ້ແມ່ນຄັ້ງທຳອິດໃນອາຍຸການຊຸດທີ XV, ນາຍົກລັດຖະມົນຕີ, ບັນດາຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີ, ຫົວໜ້າຂະແໜງ 21 ທ່ານໄດ້ຕອບຄຳຊັກຖາມໂດຍກົງຈາກບັນດາສະມາຊິກສະພາແຫ່ງຊາດ. ຂອບເຂດການຊັກຖາມແມ່ນກວ້າງຂວາງ, ມີຈຸດສຸມ, ເຂົ້າເຖິງບັນຫາໂດຍກົງ; ບັນດາສະມາຊິກລັດຖະບານ, ຫົວໜ້າຂະແໜງໄດ້ກຳແໜ້ນສະພາບການຂອງຂະແໜງ, ຂົງເຂດທີ່ຕົນຮັບຜິດຊອບ, ໄດ້ຕອບຄຳຊັກຖາມ ຢ່າງກົງໄປກົງມາ, ອະພິປາຍຢ່າງເຂັ້ມງວດ, ເຮັດແຈ້ງຫຼາຍບັນຫາ ແລະ ຍົກອອກມາດຕະການແກ້ໄຂ”.

        ວາລະຊັກຖາມ ແລະ ຕອບຄຳຊັກຖາມເຊິ່ງດຳເນີນເປັນເວລາ 2 ມື້ເຄິ່ງຜ່ານມາໄດ້ຮັບຄວາມເອົາໃຈໃສ່, ຕິດຕາມຂອງຜູ້ມີສິດເລືອກຕັ້ງໃນທົ່ວປະເທດ.

     ຜູ້ມີສິດເລືອກຕັ້ງໄດ້ຕີລາຄາສູງບັນດາບັນຫາທີ່ໄດ້ຍົກອອກມາເພື່ອຊັກຖາມ, ຄື: ການປິ່ນປົວພະຍາດ, ປະກັນສຸຂະພາບ, ປື້ມຕຳລາຮຽນ… ຕາມຜູ້ມີສິດເລືອກຕັ້ງແລ້ວ, ນີ້ແມ່ນບັນດາບັນຫາຕິດແທດກັບຕົວຈິງ. ທ່ານ ຫງວຽນຮຸຍແກງ, ຜູ້ມີສິດເລືອກຕັ້ງຢູ່ແຂວງ ອຽນບາຍ, ໃຫ້ຮູ້ວ່າ:

  “ຜ່ານການຕິດຕາມວາລະຊັກຖາມ, ຂ້າພະເຈົ້າເຫັນວ່າ ຂົງເຂດວັດທະນະທຳ - ສັງຄົມ ແມ່ນມີສະມາຊິກ ສະພາແຫ່ງຊາດ 124 ທ່ານຈົດທະບຽນຊັກຖາມ. ອາດເຫັນໄດ້ວ່າ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ຍົກອອກຫຼາຍບັນຫາພື້ນຖານເຊິ່ງຜູ້ມີສິດເລືອກຕັ້ງຄືຂ້າພະເຈົ້າມີຄວາມສົນໃຈທີ່ສຸດ ແລະ ປາດຖະໜາວ່າ ຈະໄດ້ຮັບຄຳຕອບ. ຜ່ານການຕອບຄຳຊັກຖາມ, ກໍຄືຄຳກ່າວປາໄສເຮັດແຈ້ງຂອງທ່ານນາຍົກລັດຖະມົນຕີ, ຜູ້ມີສິດເລືອກຕັ້ງຫວັງວ່າ ບັນດາສິ່ງທີ່ຍັງຄົງຄ້າງ, ຄວາມຫຍຸ້ງຍາກ, ຂໍ້ຕິດຂັດຈະໄດ້ຮັບການແກ້ໄຂ, ຕອບສະໜອງຄວາມຮຽກຮ້ອງໃນການພັດທະນາຂອງ ຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ