ສະພາແຫ່ງຊາດສິ້ນສຸດວາລະຊັກຖາມນາຍົກລັດຖະມົນຕີແລະບັນດາສະມາຊິກໃນຄະນະລັດຖະບານ

ສະພາແຫ່ງຊາດສິ້ນສຸດວາລະຊັກຖາມນາຍົກລັດຖະມົນຕີແລະບັນດາສະມາຊິກໃນຄະນະລັດຖະບານ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 17/11 ທ່ານ ​ເລ​ຫວີງ​ເຕີນ ລັດຖະມົນຕີ​ກະຊວງ​ພາຍ​ໃນ​ ຫວຽດນາມ ສືບ​ຕໍ່​ຕອບ​ຄຳ​ຊັກ​ຖາມ​ຈາກ​ສະມາຊິກ​ສະພາ​ແຫ່ງ​ຊາດ. ພາຍ​ຫລັງ​ການ​ຕອບ​ຄຳ​ຊັກ​ຖາມ​ຂອງ​ທ່ານ​ລັດຖະມົນຕີ ​ເລ​ຫວີງ​ເຕີນ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຈະ​ຕອບຄຳ​ຊັກ​ຖາມ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ທີ່​ຂຶ້ນ​ກັບ​ຄວາມ​ຮັບຜິດຊອບ​ຂອງ​ນາຍົກລັດຖະມົນຕີ ທີ່​ກ່ຽວຂ້ອງ​ເຖິງ​ບັນດາໝວດ​ບັນຫາ​ ​ເຊິ່ງ​ໄດ້​ຊັກ​ຖາມ​ໃນ 2 ວັນ​ຜ່ານ​ມາ.

ໃນ​ຂົງ​ເຂດ​ເສດຖະກິດ, ຢູ່​ລະດັບ​ມະຫາ​ພາກ, ທ່ານ​ນາຍົກລັດຖະມົນຕີ ​ໃຫ້​ຮູ້​ວ່າ: ​ຄາດໝາຍ​ພັດທະນາ​ເສດຖະກິດ​ສັງຄົມ ​ເຊິ່ງສະພາ​ແຫ່ງ​ຊາດ​ຫາກໍ່ຮັບຮອງ​ເອົາ​ແມ່ນ​ລະດັບສູງ ​ໃນ​ສະພາບ​ການ​ທີ່ ຫວຽດນາມ ພວ​ມປະສົບ​ກັບ​ຫຍຸ້ງ​ຍາກຫລາຍ​ທີ່​ສຸດ, ທ່ານ​ນາຍົກລັດຖະມົນຕີ ​ໃຫ້​ຮູ້​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເລື່ອງ​ເປັນ​ເຈົ້າ​ການ​ກ່ຽວ​ກັບ​ເສດຖະກິດ​ມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການ​ພັດທະນາ​ຂອງ ຫວຽດນາມ.

        “​ໃນຍຸກ​ສະ​ໄໝ​​ໃໝ່ ຫວຽດນາມ ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ ​ແຕ່​ບັນຫາ​ເອກະລາດ​ເປັນ​ເຈົ້າ​ການ​ຂອງ​ພື້ນຖານ​ເສດຖະກິດ ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ, ບໍ່​ອີງ​ໃສ່​ຕະຫລາດ​ດຽວ, ຄູ​່ຮ່ວມ​ມື​ດຽວ. ບັນດາ​ປັດ​ໃຈ​ຄື: ​ເງິນຕາ, ພະລັງງານ, ສະບຽງ​ອາຫານຕ້ອງ​ໄດ້​ຮັບ​ການ​ຮັບປະກັນ ​ເພື່ອ​ຫຼີກ​ລ້ຽງການ​ອີງ​ໃສ່​ປະ​ເທດ​ອື່ນ. ຕ້ອງ​ມີ​ຫລາຍ​ມາດ​ຕະການ ​ເພື່ອ​ສ້າງ​ພື້ນຖານ​ເສດຖະກິດ​ເອກະລາດ, ຕ້ອງ​ພັດທະນາ​ບັນດາ​ທ່າ​ແຮງ​ຂອງ ຫວຽດນາມ .

         ​ໃນ​ຂົງ​ເຂດ​ການ​ພົວພັນ​ຕ່າງປະ​ເທດ, ​ເມື່ອ​​ເຕື້ອງ​ເຖິງ​ການ​ພົວພັນ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ ​ໃນ​ໄລຍະ​ຈະ​ມາ​ເຖິງ, ພາຍ​ຫລັງ​ທ່ານ Donald Trump ​ໄດ້​ຮັບ​​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ, ທ່ານ​ນາຍົກລັດຖະມົນຕີ​ໃຫ້​ຮູ້​ວ່າ:

        “ຫວຽດນາມ ມີ​ການ​ພົວພັນ​ກັບ​ທັງ​ພັກ​ປະຊາທິປະ​ໄຕ ​ແລະ ພັກສາ​ທາ​ລະນະ. ຫວຽດນາມ ມີ 10 ກົນ​ໄກ​​ແຫ່ງການ​ພົວພັນກັບ ອາ​ເມ​ລິ​ກາ ​ແລະ ຈະ​ສືບ​ຕໍ່​ປະຕິບັດ​ກົນ​ໄກ​ນັ້ນ. ພັກ, ລັດ ຫວຽດນາມ ປະຕິບັດ​ແຜນ​ນະ​ໂຍບາຍ ຫັນ​ບັນດາ​ການ​ພົວພັນສາກົນ​ເປັນ​ຫລາຍ​ຮູບຫລາຍ​ແບບ, ຫລາຍ​ຝ່າຍ. ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ ​ເພື່ອ​ພ້ອມ​ກັນ​ພັດທະນາ ບົນ​ຈິດ​​ໃຈ​ເຄົາລົບ​ເອກະລາດ, ອະທິປະ​ໄຕ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ບໍ່ສົ່ງຜົນ​ສະທ້ອນ​ເຊິ່ງກັນ ​ແລະ ກັນ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ຈະ​ດີ​ກ່ວາ ​ເພື່ອ​ຜົນ​ປະ​​ໂຫຍ​ດຂອງ 2 ປະ​ເທດ

        ​ແລະ​ໃນ​ຕອນ​ບ່າຍ​ວັນ​ດຽງ​ກັນ, ສະພາ​ແຫ່ງ​ຊາດ​ຈະ​ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາຮ່າງ​ກົດ​ໝາຍ ​ກ່ຽວ​ກັບ​ສະມາຄົມ; ກົດໝາຍ​ວ່າ​ດ້ວຍ​ການປະມູນລາຄາ​ຊັບ​ສົມບັດ ​ແລະ ປຶກສາ​ຫາລື​ຢູ່​ຫໍ​ສະພາ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ປັບປຸງ​ເພີ່ມ​ເຕີ່​ມບັນຊີ​ລາຍ​ຊື່​ຂະ​ແໜງ, ອາຊີບ​​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ທີ່​ມີ​ເງື່ອນ​ໄຂຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ.

 

ຂ່າວ/ບົດ​ອື່ນ