ສະພາແຫ່ງຊາດສິ້ນສຸດວາລະປຶກສາຫາລືກ່ຽວກັບສະພາບເສດຖະກິດ - ສັງຄົມ

ສະພາແຫ່ງຊາດສິ້ນສຸດວາລະປຶກສາຫາລືກ່ຽວກັບສະພາບເສດຖະກິດ - ສັງຄົມ - ảnh 1

ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ

(vovworld) – ​ຕອນ​ເຊົ້າ​ວັນ​ທີ 3/11 ຢູ່​ຮ່າ​ໂນ້ຍ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸ​ດທີ 13 ສືບ​ຕໍ່​ປຶກສາ​ຫາລື​ກ່ຽວ​ກັບ​ໝາກຜົນ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2015 ​ແລະ ​ແຜນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ປີ 2016. ສະມາ​ຊິກສະພາ​ແຫ່ງ​ຊາດ​ບາງ​ທ່ານ​ຖື​ວ່າ: ລັດຖະບານ​ຄວນ​ສືບ​ຕໍ່​ສຸມ​ໃສ່​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ໃນ 3 ຂົງ​ເຂດ​ຈຸດ​ສຸ​ມ​ແມ່ນ: ການ​ລົງທຶນ​ພາກ​ລັດ, ສ້າງ​ໂຄງ​ປະກອບລະບົບ​ທະນາຄານ ​ແລະ ບັນດາ​ກຸ່ມ​ບໍລິ​ສັດ​ເສດຖະກິດ​ຄືນ​​ໃໝ່. ສ້າງ​ໂຄງ​ປະກອບ​ຂະ​​ແໜງ​ກະສິກຳ​ຄືນ​ໃໝ່​ກໍ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ, ສ້າງ​ບາດກ້າວ​ບຸກທະລຸ​ໃນ​ໄລຍະ 2016 – 2020. ທ່ານ ທ່າວ​ຮົ່ງ​ເຊີນ ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ຮ່າ​ຢາງ ປະກອບ​ຄຳ​ເຫັນ​ວ່າ:

        “ຂ້າພະ​ເຈົ້າ​ສະ​​ເໜີ​ສະພາ​ແຫ່ງ​ຊາດ, ລັດຖະບານ​ປັບ​ປຸງແຜນກຳນົດ​ເຂດ​ໂດຍ​ໄວ, ​ເພື່ອຖື​ແຜນກຳນົດ​ເຂດ​ເປັນ​ພື້ນ​ຖານ​ເອກະ​ພາບ, ຄຸ້ມ​ຄອງ​​ ພື້ນຖານ​ເສດຖະກິດ​, ​ເຂດ ​ແລະ ລະຫວ່າງ​ເຂດທັງ​ໝົດ. ພ້ອມ​ທັງ ສືບ​ຕໍ່​ຍູ້​ແຮງ, ພັດທະນາ​ບັນດາ​ເຂດ​ເສດຖະກິດ​ຈຸດ​ສຸມ, ສ້າງ​ກຳລັງ​ໜູນ​​ດຶງດູດ ​ແລະ ​ພັດທະນາ​ເຖິງ​ບັນດາ​ເຂດ​ເສດຖະກິດ​ພັດທະນາ​ໃນ​ລະດັບ​ຕ່ຳ ​ແລະ ພື້ນຖານ​ເສດຖະກິດ ທັງ​ໝົດ​”.

 ບັນດາ​ສະມາຊິກ​ສະ​ພາ​ແຫ່ງ​ຊາດ​ກໍ​ປະກອບ​ຄຳ​ເຫັນ​​ໃຫ້ລັດຖະບານ​ສືບ​ຕໍ່​ແກ້​ໄຂ​ໜີ້ສິນ​ກຳມະສິດ​ລະຫວ່າງ​ບັນດາ​ລັດ​ວິ​ສາ​ຫະກິດກຸ່ມ​ບໍລິສັດ​ແຫ່ງ​ລັດ, ຈັດ​ແບ່ງ​ແຫຼ່ງຊັບພະຍາກອນ​ຄືນ​ໃໝ່​ຈາກ​ບັນດາ​ຂົງ​ເຂດ​ທີ່​ບັນລຸປະສິດທິ​ຜົນ​ ໃນ​ລະດັບ​ຕ່ຳສູ່​ຂົງ​ເຂດ​ທີ່​ບັນລຸປະສິດທິ​ຜົນສູງ​ກ່ວາ.

ສະຫຼຸບການ​ປຶກສາ​ຫາລືກ່ຽວ​ກັບ​ສະພາບ​ເສດຖະກິດ ສັງຄົມ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ເນັ້ນ​ໜັກ​ວ່າ:

“ປີ 2015, ​ເສດຖະກິດ - ສັງຄົມ​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ ​ແລະ ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ​ໃນ​ບັນດາ​ຂົງ​ເຂດ​ເກືອບ​ທັງ​ໝົດ. ຄາດໝາຍ​ສັງ​ລວມທີ່​ວາງ​ອອກ​ໃນ​ປີ 2015 ສາມາດ​ປະຕິບັດ​ໄດ້ 13/14 ຄາດໝາຍ, ​ເສດຖະກິດ​ມະຫາ​ພາກ​ມີ​ສະຖຽນ​ລະ​ພາບ, ການ​ເຕີບ​ໂຕ​ເສດຖະກິດ​ຟື້ນ​ຟູ​ໃນ​ລະດັບ​ສູງ​ພໍ​ສົມຄວນ, ຮັບປະກັນ​ຊີວິດ​ສັງຄົມ​ໂດຍ​ພື້ນຖານ, ຊີວິດ​ຂອງ​ປະຊາຊົນ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ. ໜ້າ​ທີ່​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ​ໄດ້​ຮັບ​ການ​ຮັກສາ​ໄວ້​ຢ່າງ​ໝັ້ນຄົງ, ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ ​ແລະ ​ ​ເຊື່ອມ​ໂຍງກັບສາກົນກໍ່​ບັນລຸ​ໄດ້ຜົນ​ງານ​ຫຼາຍ​ຢ່າງ.“

ຕອນ​ບ່າຍ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວ​ກັບ​ເລື່ອງ​ອະນຸຍາດ​ໃຫ້​ຫັນ​ກຳນົດ​ເວລາ​ຈຳໜ່າຍ​ພັນທະບັດ​ລັດຖະບານ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ; ການ​ຈຳໜ່າຍ​ພັນທະບັດ​ລັດຖະບານ​ອອກ​ຕະຫຼາດ​ທຶນ​ຕ່າງປະ​ເທດ. ທ່ານ ​ເຈິ່ນຢູລິກ, ສະມາຊິກ​ສະພາ​ແຫ່ງ​ຊາດ ນະຄອນ ​ໂຮ່ຈິ​ມິນ, ​ໄຈ້​ແຍກ​ວ່າ:

“ພັນທະບັດ​ສາກົນ​ມີ​ປະ​ໂຫຍ​ດ 3 ຢ່າງ. ທີ​ໜຶ່ງ​ແມ່ນສາມາດອົງ​ປະກອບ​ໜີ້​ໄລຍະ​ຍາວ​ໄດ້, ທີ​ສອງ​ແມ່ນ​ມີ​ແຫຼ່ງ​ເງິນຕາ​ຕ່າງປະ​ເທດ​ຢ່າງ​ໄວ, ສົມ​ດຸນ, ​ໃນ​ການ​ໃຊ້​ໜີ້​ບໍ່​ຖືກ​ຄວາມດັນ​ຈາກ​ເງິນຕາ​ຕ່າງປະ​ເທດ. ທີ​ສາມ​ແມ່ນການ​ຕີ​ລາຄາລະ​ດັບ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຫວຽດນາມ​ ເປັນ​ປະຈຳ​​ໃນ​ຕະຫຼາດ​ໂລກ, ປະຈຸ​ບັນ​ພວກ​ເຮົາ​ພວມ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ“.

ສະພາ​ແຫ່ງ​ຊາດ​ກໍ່​ປຶກສາ​ຫາລື​ຜົນ​ແຫ່ງ​ການ​ປະຕິບັດ​ງົບປະມານ​ແຫ່ງ​ລັດ​ປີ 2015; ຮ່າງ​ງົບປະມານ​ແຫ່ງ​ລັດ ​ແລະ ​ແບບ​ວິທີ​ແບ່ງ​ງົບປະມານ​ສູນ​ກາງ​ປີ 2016…

.

 

ຂ່າວ/ບົດ​ອື່ນ