ສະພາແຫ່ງຊາດສືບຕໍ່ດໍາເນີນການຊັກຖາມ ແລະ ຕອບຄໍາຊັກຖາມ: ຫວຽດນາມຍູ້ແຮງການສ້າງລັດຖະບານເອເລັກໂຕນິກ

(VOVWORLD) -ວັນທີ 31 ຕຸລາ, ໂດຍສືບຕໍ່ວາລະຊັກຖາມ ແລະ ຕອບຄໍາຊັກຖາມ, ບັນດາສະມາຊິກລັດຖະບານ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຕອບຄໍາຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາຄວບຄຸມໜີ້ຕ່າງປະເທດ; ສ້າງນະໂຍບາຍພາສີອາກອນ ໃຫ້ສົມບູນແບບ; ສ້າງໂຄງປະກອບຂະແໜງກະສິກໍາຄືນໃໝ່; ບັນຫາມົນລະພິດສິ່ງແວດລ້ອມ; ການປ່ຽນແປງໃໝ່ການສຶກສາ ແລະ ບໍາລຸງສ້າງ; ການປະຕິຮູບລະບຽບການບໍລິຫານ; ຄຸນນະພາບຂອງການສືບສວນ, ສັ່ງຟ້ອງຂຶ້ນສານດໍາເນີນຄະດີ ແລະ ພິພາກສາ ແລະ ອື່ນໆ.

 ສະພາແຫ່ງຊາດສືບຕໍ່ດໍາເນີນການຊັກຖາມ ແລະ ຕອບຄໍາຊັກຖາມ: ຫວຽດນາມຍູ້ແຮງການສ້າງລັດຖະບານເອເລັກໂຕນິກ - ảnh 1ທ່ານ ຈູງອກແອັງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີອະພິປາຍທີ່ວາລະຊັກຖາມ (ພາບ:QUOCHOI.VN) 

ເມື່ອຕອບຄໍາຖາມຂອງທ່ານ ຕ້າວັນຫ້າ ສະມາຊິກສະພາແຫ່ງຊາດແຂວງບາກລຽວ ກ່ຽວກັບບັນດາມາດຕະການຕໍ່ໜ້າສະພາບການປ່ຽນແປງຂອງດິນຟ້າອາກາດ ເຊິ່ງພວມມີການຜັນແປຢ່າງສັບສົນ ແລະ ສົ່ງຜົນສະທ້ອນບໍ່ດີ ນັບມື້ນັບຮ້າຍແຮງ, ໂດຍສະເພາະແມ່ນຢູ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ, ທ່ານ ຈູງອກແອັງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ສຸມໃສ່ບັນດາໂຄງການປ້ອງກັນ, ຕ້ານການເກີດໄພພິບັດທໍາມະຊາດ ແລະ ການ ພະຍາກອນການປ່ຽນແປງຂອງດິນຟ້າອາກາດ ແລະ ເພີ່ມທະວີໂຄງການຈຸດສູມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໂດຍກະຊວງຊັບພະຍາກອນ -ສິ່ງແວດລ້ອມ ຮັບຜິດຊອບ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຄຸ້ມຄອງກ່ຽວກັບລັດ. ເຊິ່ງໄດ້ມີບັນດາໝາກຜົນໃນເບື້ອງຕົ້ນ ເມື່ອບັນດານັກວິທະຍາສາດໄດ້ສ້າງແຜນການ ແລະ ຍົກສູງລະດັບຄວາມໄວ້ວາງໃຈຂອງການປ່ຽນແປງດິນຟ້າອາກາດ ແລະ ແຫຼ່ງນໍ້າ; ຕີລາຄາໄດ້ສະພາບການຕົວຈິງ, ທ່ວງທ່າຫັນປ່ຽນ ແລະ ກົນໄກ, ສາຍເຫດພາໃຫ້ເກີດດິນເຊາະເຈື່ອນ ແລະ ການທັບຖົ່ມໃຫ້ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ.”

        ເມື່ອຕອບຄໍາຖາມຂອງ ທ່ານ ບຸ່ຍແທ່ງຕຸ່ງ ສະມາຊິກສະພາແຫ່ງຊາດແຂວງ ຫາຍຟ່ອງ ກ່ຽວກັບບັນຫາທີ່ກ່ຽວຂ້ອງເຖິງການບໍລິການສາທາລະນະອອນໄລ ແບ່ງປັນຂໍ້ມູນຂ່າວສານ ແລະ ການສ້າງລັດຖະບານເອເລັກໂຕນິກ, ທ່ານ ມາຍຕຽນຢຸງ ຫົວໜ້າຫ້ອງວ່າການລັດຖະບານ ໃຫ້ຮູ້ວ່າ:

        “ນາຍົກລັດຖະມົນຕີ ໄດ້ຕົກລົງເຫັນດີສ້າງຕັ້ງ ຄະນະກໍາມະການແຫ່ງຊາດ ລັດຖະບານເອເລກໂຕນິກ ບົນພື້ນຖານແຫ່ງຊາດ ກ່ຽວກັບການໝູນໃຊ້ເຕັກໂນໂລຢີ ຂໍ້ມູນຂ່າວສານ. ຈາກນັ້ນ, ອາດຈະຍົກອອກບາງມາດຕະການ. ພ້ອມກັນນັ້ນ, ສ້າງພື້ນຖານກ່ຽວກັບຖານຂໍ້ມູນຂ່າວສານແຫ່ງຊາດ, ພິເສດແມ່ນບັນຫາທີ່ກ່ຽວຂ້ອງເຖິງໂຄງລ່າງ ເຕັກໂນໂລຢີຂໍ້ມູນ ຕ້ອງຮັບປະກັນຄວາມປອດໄພ.”

ຕອບກັບ

ຂ່າວ/ບົດ​ອື່ນ