ສະພາແຫ່ງຊາດສືບຕໍ່ວາລະຊັກຖາມ ແລະ ຕອບຄຳຊັກຖາມມື້ທີ 2

ສະພາແຫ່ງຊາດສືບຕໍ່ວາລະຊັກຖາມ ແລະ ຕອບຄຳຊັກຖາມມື້ທີ 2  - ảnh 1

ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ Nguyen Van Binh​

(ພາບ:vneconomy.vn)

(VOV): ສືບ​ຕໍ່​ການເຮັດ​ວຽກມື້​ທີ 2 ຂອງ​ວາລະ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ທີ່​ກອງ​ປະຊຸມ​ສະ​ໄຫມ​ ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ວັນ​ທີ 13/11 ທ່ານ​ນາງ Nguyen Thi Kim Tien ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຫວຽດນາມ ​ໄດ້​ຕອບ​ຄຳ​ຊັກ​ຖາມ​ກ່ຽວ​ກັບ​ບັນຫາ: ລາຄາ​ຢຸກຢາ, ການ​ຂາດ​ດຸນ​ທາງ​ເພດ​ຢູ່​ໃນ​ລະດັບ​ສູງ, ຄ່າ​ປິ່ນປົວ​ພະຍາດ ​ແລະ ຄຸນ​ນະພາ​ບຂອງ​ຂະ​ແຫນງ​ສາທາລະນະ​ສຸກ, ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ຫລັກ​ອະນາ​ໄມ​ດ້ານ​ສະບຽງ​ອາຫານ. ຕາມ​ທ່ານ​ນາງ Nguyen Thi Kim Tien ​ແລ້ວ, ກະຊວງ​ສາທາລະນະ​ສຸກ ພວມ​ສ້າງ​ແຜນ​ຮ່າງ​ທົດ​ລອງ​ເພື່ອ​ຄຸ້ມ​ຄອງ​ລາຄາ​ຢຸກຢາ.

        “ພວກ​ຂ້າພະ​ເຈົ້າ​ປະກາດ​ໃຊ້​ຄຳ​ສັ່ງ​ແນະນຳ​ການ​ຄຸ້ມ​ຄອງ​ລາຄາ ​ຢຸກຢາ ​ແລະ ການປະມູນ. ພວກ​ຂ້າພະ​ເຈົ້າ​ຢາກ​ທົດ​ລອງ​ສ້າງ​ຕັ້ງ​ຄະນະ​ກຳມະການ​ຂາຍປະມູນ, ການ​ປະມູນ​ແຫ່ງ​ຊາດ ຊື່​ງລວມມີ: ກະຊວງ​ການ​ເງິນ, ກະຊວງ​ອຸດສາຫະກຳ, ປະກັນ​ໄພ​ຫວຽດນາມ ​ແລະ ກະຊວງ​ສາທາລະນະ​ສຸກ ​ເພື່ອ​ເລືອກ​ເຟັ້ນລາຄາ​ຫນຶ່ງ​ເປັນ​ເອກະ​ພາບ ​ແລະ ​ເລືອກ​ເຟັ້ນລາຄາ​ຕຳ່​ສຸດ.”

​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຂະ​ແຫນງ​ສາທາລະນະ​ສຸກ, ທ່ານ​ນາງລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ Nguyen Thi Kim Tien ​ໃຫ້​ຮູ້​ວ່າ: ຈະ​ເອົາ​ໃຈ​ໃສ່​ເຖິງ​ການ​ຍົກ​ສູງ​ຄຸນ​ນະພາ​ບການ​ບຳລຸງ​ສ້າງ, ວິຊາ​ສະ​ເພາະ​ກໍ​ຄື​ຈັນ​ຍາ​ບັນ​ຂອງ​ບັນດາ​ທ່ານໝໍ.

ກ່ອນຫນ້ານັ້ນ, ຕອນເຊົ້າວັນດຽວກັນ, ທ່ານ Nguyen Van Binh​ ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ ​ໄດ້​ຕອບ​ຄຳ​ຊັກ​ຖາມ.   ກ່ຽວ​ກັບ​ການ​ບໍລິຫານ, ຄຸ້ມ​ຄອງ​ລາຄາ​ຄຳ​ພາຍໃນ​ປະ​ເທດ, ຜູ້ວ່າການທະນາຄານແຫ່ງລັດຫວຽດນາມ Nguyen Van Binh​ ​ໃຫ້​ຮູ້​ວ່າ: ລັດ​ໄດ້​ປະກາດ​ໃຊ້​ມະຕິ​ຕົກລົງກ່ຽວ​ກັບ​ການດຳ​ເນີນ​ທຸລະ​ກິດ​ຄຳ​ໄດ້​ແລ້ວ. ໃນ​ເບື້ອງ​ຕົ້ນ​ຫວຽດນາມ ສາມາດ​ຄວບ​ຄຸມ​ຕະຫຼາດ​ຄຳ​​ໄດ້​ແລ້ວ, ອັດຕາ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​​ເປັນ​ປົກກະ​ຕິ, ​ໄພ​ເງິນ​ເຟີ້ຖືກ​ຫລຸດ​ລົ​ງ. ​ເພື່ອ​ຊ່ວຍ​​ໃຫ້ບັນດາ​ວິ​ສາ​ຫະກິດ​ຟື້ນ​ຟູ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ທະນາຄາ​ແຫ່ງ​ລັດ​ຈະ​ສືບ​ຕໍ່​ຫລຸດ​ອັດຕາ​ດອກ​ເບັ້ຍ​ໃຫ້​ກູ້​ຢືມ. ກ່ຽວ​ກັບ​ບັນດາ​ມາດ​ຕະການ​ແກ້​ໄຂ​ໜີ້​ເສຍ, ຜູ້ວ່າການທະນາຄານ ແຫ່ງລັດຫວຽດນາມ Nguyen Van Binh​ ​ໃຫ້​ຮູ້​ວ່າ:

   “ລະບົບ​ທະນາຄານ​ໄດ້​ນຳ​ໃຊ້​ບັນດາ​ມາດ​ຕະການ​ທີ່​ຂ້ຽວຂາດ. ທີ​ໜຶ່ງ​ແມ່ນ​ບັນດາ​ອົງການ​ສິນ​ເຊື່ອ​ຕ້ອງດຳ​ເນີນ​ການ​ສ້າງໂຄງ​ປະກອບ​ໜີ້​ສິນ​ຄືນ​ໃໝ່, ຕີ​ລາຄາ​ສະພາບ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ວິ​ສາ​ຫະກິດ​ຄືນ​ໃໝ່. ທີ​ສອງ​ແມ່ນ​ໃນ​ໄລຍະ​ຜ່ານ​ມາ, ການ​ຫັກ​ເງິນ​​ເພື່ອສ້າງ​ເປັນ​ບ້ວງ​ເງິນ​ແຮ​ຮັບ​ມື​ກັບ​ຄວາມ​ສ່ຽງ​ຂອງ​ບັນດາ​ອົງການ​ສິນ​ເຊື່ອ​ໄດ້​ຮັບ​ການ​ຄວບ​ຄຸມ​ໄດ້​ດີ. ອົງການ​ສິນ​ເຊື່ອ​​ໃດທີ່​ບໍ່​ທັນຫັກ​ເງິນ​​ເພື່ອສ້າງ​ເປັນ​ບ້ວງ​ເງິນ​ແຮ່​ຮັບ​ມື​ກັບຄວາມ​ສ່ຽງ​ຢ່າງ​ຄົບ​ຖ້ວນ​ຈະ​ບໍ່​ໄດ້​ຮັບການ​ແບ່ງ​ຜົນ​ກຳ​ໄລ​ຫຸ້ນ ​ເຮັດ​​ໄດຄື​ແນວ​ນັ້ນພວກ​ເຮົາ​ຈະ​ບໍ່ປະໃຫ້​ໜີ້​ເສຍ​​ເພີ່ມ​ຂຶ້ນ​ອີກ ​ແລະ ຖ້າ​ສົມ​ທົບກັບ​ມາດ​ຕະການ​ອື່ນໆ​ອີກ, ພວກ​ຂ້າພະ​ເຈົ້າຖື​ວ່າບັນ​ຫາໜີ້​ເສຍຈະ​ສາມາດ​ແກ້​ໄຂ​ໄດ້“

 

 

ຂ່າວ/ບົດ​ອື່ນ