ສະ​ພາ​ແຫ່ງ​ຊາດ​ສືບ​ຕໍ່​ວາ​ລະ​ຊັກ​ຖາມ​ບັ​ນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ຢັ້ງຢືນວ່າ ລັດເອົາໃຈໃສ່ເປັນພິເສດເຖິງປະຊາຊົນບັນດາເຜົ່າສ່ວນໜ້ອຍ ລັດຖະບານໄດ້ສ້າງແຜນສັງລວມພັດທະນາເສດຖະກິດ ສັງຄົມ ຢູ່ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍແລະເຂດພູດອຍ, ຍືນສະເໜີຕໍ່ສະພາແຫ່ງຊາດ ແລະ ໄດ້ຮັບການຮັບຮອງ ຈາກສະພາແຫ່ງຊາດດ້ວຍມະຕິ 88.
ສະ​ພາ​ແຫ່ງ​ຊາດ​ສືບ​ຕໍ່​ວາ​ລະ​ຊັກ​ຖາມ​ບັ​ນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ - ảnh 1ທ່ານ ລິວບິ່ງເຍືອງ ສະມາຊິກສະພາແຫ່ງຊາດແຂວງເບັ້ນແຈ ໄດ້ຕີລາຄາສູງການຊັກຖາມບັນດາສະມາຊິກລັດຖະບານ (ພາບ: Baotintuc.vn)

  ກ່ຽວກັບການພັດທະນາຂະແໜງທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ, ທ່ານລັດຖະມົນຕີກະຊວງ ວັດທະນະທຳກິລາ ແລະ ທ່ອງທ່ຽວຫງວຽໜງອກທ້ຽນໃຫ້ຮູ້ວ່າ: ກົມການເມືອງ ໄດ້ປະກາດໃຊ້ມະຕິ 08 ກ່ຽວກັບການພັດທະນາໃຫ້ກາຍເປັນເສດຖະກິດປາຍແຫຼມຂອງປະເທດຊາດໃນປີ 2020.

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ຢັ້ງຢືນວ່າ ລັດເອົາໃຈໃສ່ເປັນພິເສດເຖິງປະຊາຊົນບັນດາເຜົ່າສ່ວນໜ້ອຍ ລັດຖະບານໄດ້ສ້າງແຜນສັງລວມພັດທະນາເສດຖະກິດ ສັງຄົມ ຢູ່ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍແລະເຂດພູດອຍ, ຍືນສະເໜີຕໍ່ສະພາແຫ່ງຊາດ ແລະ ໄດ້ຮັບການຮັບຮອງ ຈາກສະພາແຫ່ງຊາດດ້ວຍມະຕິ 88. ທ່ານກ່າວວ່າ:

ແຜນສັງລວມດັ່ງກ່າວໄດ້ກຳນົດ  4 ເປົ້າໝາຍລວມມີ ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ປະກອບສ່ວນປະຕິບັດເປົ້າໝາຍ ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ; ຫຼຸດຜ່ອນເຂດປະສົບກັບຄວາມຫຍຸ້ງຍາກເທື່ອລະກ້າວ; ຮັດແຄບຄວາມແຕກໂຕນກັນເມື່ອທຽບໃສ່ເຂດພັດທະນາ, ແກ້ໄຂຂໍ້ຄວາມຈຳກັດຂອງບັນດານະໂຍບາຍກ່ອນນີ້.

ຢູ່ນອກວາລະຊັກຖາມບັນດາສະມາຊິກລັດຖະບານ, ບັນດາສະມາຊິກສະພາແຫ່ງຊາດໄດ້ຕີລາຄາວ່າ ບັນດາສາມາຊິກລັດຖະບານໄດ້ຕອບຄຳຊັກຖາມຢ່າງກົງໄປກົງມາ ໃສ່ບັນດາບັນຫາທີ່ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນມີຄວາມສົນໃຈ. ຕາມບັນດາສະມາຊິກສະພາແຫ່ງຊາດແລ້ວ, ບັນດາຄຳຊັກຖາມ ແລະ ຕອບຄຳຊັກຖາມແມ່ນບັນດາເນື້ອໃນຮ້ອນເຮັ່ງຂອງຊີວິດປະຈຳວັນທີ່ໄດ້ຮັບຄວາມສົນໃຈຈາກຜູ້ມີສິດເລືອກຕັ້ງ. ທ່ານນາງ ຟ້າມແຄ໊ງຟອງລານ, ສະມາຊິກສະພາແຫ່ງຊາດນະຄອນໂຮ່ຈີມິນຖືວ່າ ວາລະຊັກຖາມ ແລະ ຕອບຄຳຊັກຖາມ ມີຄຸນນະພາບສູງກ່ວາເມື່ອທຽບໃສ່ຄັ້ງກ່ອນ. ທ່ານນາງກ່າວວ່າ:

        ບັນດາລັດຖະມົນຕີໄດ້ກຳແໜ້ນດີພໍສົມຄວນກ່ຽວກັບຂະແໜງຂອງຕົນ, ນັບແຕ່ຕົວເລກ, ເປົ້າໝາຍ, ວິທີການແກ້ໄຂ, ສະພາບການຢ່າງຈະແຈ້ງ. ໄດ້ອັບເດດບັນດາບັນຫາທີ່ໄດ້ຮັບຄວາມສົນໃຈຈາກຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ