ສະພາແຫ່ງຊາດສອງປະເທດ ຫວຽດນາມ ແລະ ໄທ ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີພັດທະນານັບມື້ນັບເລິກເຊິ່ງ, ກ້ວາງຂວາງ ແລະ ແທດຈິງກັບ ໄທ
ສະພາແຫ່ງຊາດສອງປະເທດ ຫວຽດນາມ ແລະ ໄທ ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ - ảnh 1ການພົບປະລະຫວ່າງສອງຝ່າຍ
(ພາບ:VOV)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 44 (AIPA 44) ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ຕອນເຊົ້າວັນທີ 7 ສິງຫາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບທ່ານ ວັນ ມູຫະມັດ ນໍ ມະທາ ປະທານສະພາຜູ້ແທນລາຊະດອນ ໄທ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີພັດທະນານັບມື້ນັບເລິກເຊິ່ງ, ກ້ວາງຂວາງ ແລະ ແທດຈິງກັບ ໄທ. ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ສະພາແຫ່ງຊາດ ໄທ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ດຳລົງຊີວິດ ແລະ ເຮັດວຽກຢູ່ ໄທ, ສະໜັບສະໜູນການພັດທະນາວັດທະນະທຳ ຫວຽດນາມ ຢູ່ ໄທ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນສອງປະເທດຢ່າງແຮງກ່ວາອີກ.

ສ່ວນທ່ານປະທານສະພາຜູ້ແທນລາຊະດອນ ໄທ ວັນ ມູຫະມັດ ນໍ ມະທາ ໄດ້ຕີລາຄາສູງການປະກອບສ່ວນຂອງປະຊາຄົມຊາວ ຫວຽດນາມ ຢູ່ ໄທ ສຳລັບສັງຄົມ ໄທ ແລະ ການພົວພັນມິດຕະພາບລະຫວ່າງສອງປະເທດ; ຢັ້ງຢືນສະພາແຫ່ງຊາດ ແລະ ລັດຖະບານ ໄທ ຈະສືບຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ທີ່ດຳລົງຊີວິດ, ເຮັດວຽກຢູ່ ໄທ.

ຕອບກັບ

ຂ່າວ/ບົດ​ອື່ນ