ສະພາແຫ່ງຊາດສະຫງວນເວລາ 2,5 ມື້ໃຫ້ການ ເຄື່ອນໄຫວຊັກຖາມ

ສະພາແຫ່ງຊາດສະຫງວນເວລາ 2,5 ມື້ໃຫ້ການ ເຄື່ອນໄຫວຊັກຖາມ - ảnh 1
(ສະພາ​ແຫ່ງ​ຊາດ​ສະຫງວນ​ເວລາ 2,5 ມື້ໃຫ້ການ​ເຄື່ອນ​ໄຫວ​ຊັກ​ຖາມ​)


(vovworld) – ວັນ​ທີ 17/11, ​ເປັນ​ອາທິດ​ເຮັດ​ວຽກ​ທີ 5 ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ຕາມ​ແຜນການ, ​ໃນ​ອາທິດ​ນີ້, ສະພາ​ແຫ່ງ​ຊາດ​​ໄດ້​ສະ​ຫງວນ​ເວລາ 2,5 ມື້​ເພື່ອ​​ໃຫ້​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊັກ​ຖາມ​ບັນດາ​ລັດຖະມົນຕີ​ກ່ຽວ​ກັບ​ບັນຫາ​ເຊິ່ງຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ມີ​ຄວາມ​ສົນ​ໃຈ. ​ໃນ​ການຊັກ​ຖາມ​ຄັ້ງ​ນີ້​ມີ​: ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ, ລັດຖະມົນຕີ​ກະຊວງ​ພາຍ​ໃນ, ລັດຖະມົນຕີ​ກະຊວງ​ຄົມມະນາຄົມ ​ແລະ ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງ​ຄະ ​ແລະ ສັງຄົມ. ຫຼັງ​ຈາກ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຈະ​ເຮັດ​ແຈ້ງ​ບາງ​ເນື້ອ​ໃນ​ເຊິ່ງຜູ້​ມີ​ສິດ​ເລືອກ​ຕັ້ງ​ມີ​ຄວາມ​ສົນ​ໃຈ.

        ​ແລະ​ກໍ່​ໃນ​ອາທິດ​ນີ້, ສະພາ​ແຫ່ງ​ຊາດ​ຈະ​ຮັບ​ຟັງ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ມະຕິ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ມະຕິ​ເລກທີ 35/2012/QH13 ຂອງ​ສະພາ​ແຫ່​ງຊາດ ກ່ຽວ​ກັບ​ການ​ລົງ​ຄະ​ແນ​ນສຽງໄວ້​ວາງ​ໃຈ ​ແລະ ປ່ອນ​ບັດໄວ້​ວາງ​ໃຈ​ສຳລັບ​ຜູ້​ດຳລົງຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫຼື ​ໃຫ້​ສັດຕະຍາບັນ; ປຶກສາ​ຫາລື​ກ່ຽວ​ກັບ​ແຜ​ນຮ່າງ, ປ່ຽນ​ໃໝ່​ຫຼັກ​ສຸດປື້​ມຕຳລາ​ສຶກສາ​ສາມັນ. ສະພາ​ແຫ່ງ​ຊາດ​ລົງຄະ​ແນນ​ຊຽງ​ຮັບຮອງ​ເອົາ​ບັນດາ​ຮ່າງ​ກົດໝາຍ​ຄື: ກົດໝາຍ​ວ່າ​ດ້ວຍສະພາ​ແຫ່ງ​ຊາດ, ກົດໝາຍ​ວ່າ​ດ້ວຍ​ປະກັນ​ໄພ​ສັງຄົມ (ສະບັບ​ປັບປຸງ, ​ເພີ່ມ​ເຕີມ). ກົດ​ມາຍ​ວ່າ​ດ້ວຍ​ບັດປະຈຳຕົວ​ພົນລະ​ເມືອງ, ກົດໝາຍ​ວ່າ​ດ້ວຍ​ສຳມະ​ໂນ​ພົນລະ​ເມືອງ; ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂ້ໍ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການບິນ​ພົນ​ລະ​​ເມືອງ​ຫວຽດນາມ. ປຶກສາ​ຫາລື​ກ່ຽວ​ກັບ​ບາງ​ຮ່າງກົດໝາຍຄື: ພັນທະ​ການ​ທະຫານ (ສະບັບ​ປັບ​ປຸງ); ກົດໝາຍ​ວ່າ​ດ້ວຍ​ລັດຖະບານ (ສະບັບ​ປັບປຸງ).

ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ບັນ​ດາ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຊັກ​ຖາມ​ ແລະ​ ຕອບ​ຄຳ​ຊັກ​ຖ​າມໂດຍ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ຕໍ່ສະ​ພາ​ແຫ່ງ​ຊາດ ໃນ​ຕອນ​ເຊົ້າ​ວັນ​ທີ 17/11, ບົດ​ລາຍ​ງານ​ໄດ້​ຊີ້​ແຈ້ງ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ 7 ຂົງ​ເຂດ​ພື້ນ​ຖານ​ຄື: ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ວຽກ​ງານ​ພາຍ​ໃນ, ການ​ເງິນ, ກວດ​ກາ. ບົດ​ລ​າຍ​ງານ​ຊີ້​ແຈ້ງ​ວ່າ: ຈາກ​​ການຊັກ​ຖາມ​ຄັ້ງ​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ, ລັດ​ຖະ​ບານ​ໄດ້​ຊີ້​ນຳ​ປະ​ຕິ​ບັດ​ຢ່າງ​​ເຄັ່ງ​ຄັດ, ບັນ​ລຸ​ໄດ້​ໝາກ​ຜົນ​ໃນ​ເບື້ອງ​ຕົ້ນ ແລະ ກໍ່​ມີ​ວຽກ​ງານຫຼາຍ​ຢ່າງ​ຕ້ອງ​ດຶງ​ດູດ​ການ​ລົງ​ທຶນ​ໃຫ້​ກະ​ສິ​ກຳ, ຊົນ​ນະ​ບົດ, ​ກາ​ນ​ຈຳ​ໜ່າຍ​ຜ​ະ​ລິດ​ຕະ​ພັນ​ກະ​ເສດ. ອັດ​ຕາ​ຄອບ​ຄົວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທຸກ​ຍາກຍັງ​ສູງ​ຢູ່… ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ຊວນ​ຟຸກ ຢັ້ງ​ຢືນ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ລັດ​ຖະ​ບານ​ຈະ​ຊີ້​ນຳ​ບັນ​ດາ​ຂະ​ແໜງ​ການ, ທ້ອງ​ຖີ່ນ​ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ສິ່ງ​ຍັງ​ຄົງ​ຄ້າງ, ປະ​ຕິ​ບັດ​ບັນ​ດາ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

    ເມື່ອ​ປຶກ​ສາ​ຫາ​ລື​ກາກ່ຽວ​ກັບ​ບົດ​ລ​າຍ​ງານ​ຂອງ​ລັດ​ຖະ​ບານ, ບັນ​ດາ ສ​ສ​ຊ ສະ​ເໜີ ລັດ​ຖະ​ບານ ​ເຮັດ​ແຈ້ງ​ບັນ​ດາ​ມາດ​ຕະ​ການ​ສັງ​ລວມ​ໃນ​ຂົງ​ເຂດ​ກະ​ສິ​ກຳ, ຊົນ​ນ​ະ​ບົດ​. ບັນ​ດາ ສ​ສ​ຊ ກໍ່​ເຕື້ອງ​ເຖິງ​ບັນ​ຫາ​ດຶງ​ດູດ​​ວິ​ສາ​ຫະ​ກິດ​ຕ່າງໆລົງ​ທຶນ​ຢ່າງ​ແຮງ​ເຂົ້າ​ຂົງ​ເຂດ​ກະ​ສິ​ກຳ, ການ​ປະ​ມົງ… ທ່ານ ຮີ່ງວັນ​ຕີ໋ງ, ສ​ສ​ຊ ແຂວງ ຕ່ຽນ​ຢາງ, ປະ​ກອບ​ຄຳ​ເຫັນ​ວ່າ:

    “ເລື່ອງ​ດຶງ​ດູດ​ບັນ​ດາ​ວິ​ສາ​ຫະ​ກິດ​ລົງ​ທຶນ​ຢ່າງ​ແຮງ​ເຂົ້າ​ຂົງ​ເຂດກ​ະ​ສິ​ກຳ​ຍັງ​ຫຍູ້ງ​ຍາກ​ຢູ່. ໄລ​ຍະ​ຈະ​ມາ​ເຖິງ, ລັດ​ຖະ​ບານ​ມີ​ມາ​ດ​ຕະ​ການ​ຫຍັງ​ເພື່ອ​ດຶງ​ດູດ, ພິ​ເສດ​ແມ່ນ​ນະ​ໂຍ​ບາຍ​ພາ​ສີ, ທີ່​ດິນ? ທີ​ສອງ​ແມ່ນ​​ການ​ຈຳ​ໜ່າຍຜະ​ລິດ​ຕະ​ພັນ​ກະ​ເສດ, ສິນ​ໃນ​ນ້ຳ, ໄລ​ຍະ​ຜ່ານ​ມາ​​ໄດ້ມີ​ການ​ຫັນ​ປ່​ຽນ ແຕ່​​ມາ​ຮອດ​ປະ​ຈຸ​ບັນ​ການຈຳ​ໜ່າຍຍັງ​ຄົງ​ຄ້າງ​ຢູ່. ໄລ​ຍະ​ຈະ​ມາ​ເຖິງ, ລັດ​ຖະ​ບານ​ຄວນ​ມີ​ມາດ​ຕະ​ການ​ລະ​ອຽດ, ເດັດ​ດຽວ​ກ່​ວາ​ເພື່ອ​ຮັບ​ປະ​ກັນ​ໃຫ້​ຊາວ​ກະ​ສິ​ກອນ, ຊາວ​ປະ​ມົງ​ທຳ​ການ​ຜ​ະ​ລິດ​ມີ​ກຳ​ໄລ.”

    ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ, ທ່ານ​ຫງວຽນ​ບ໋າ​ທ່ວຽນ, ສ​ສ​ຊ​ ແຂວງ ເລີມ​ດົ່ງ, ຖື​ວ່າ:

    “ສະ​ເໜີ​ໃຫ້​ລັດ​ຖະ​ບານ​ຕ້ອງ​ປະ​ຕິ​ບັດ​ຢ່າງ​ແຮງ​ກ່​ວາ, ພິ​ເສດ​ແມ່ນ​​ກຳ​ນົດ​ວຽກ​ງານ. ພວກ​ເຮົາ​ປັບ​ປຸງ​ບັນ​ດາ​ເງື່ອນ​ໄຂ​ການ​ຄັດ​ເຂ່ຍ​ລັດ​ຖະ​ກອນ, ພາ​ລະ​ກອນ​ຢ່າງ​ແໜ້ນ​ແຟ້ນ​ກ່​ວາ​ອີກ. ທີ່​ສອງ, ກ່ຽວ​ກັບ​ການ​ຕໍ່​ສູ້​ຕ້ານ​ສໍ້​ລາດ​ບັງຫຼວງ, ຮຽກ​ຮ້ອງ​​ຕ້ອງສືບ​ຕໍ່​ພະ​ຍາ​ຍາມ​ກ່​ວາ​ອີກ, ໃນ​ນັ້ນ​ຕ້ອງ​ເຕື້ອງ​ເຖິງ​ປັດ​ໄຈ​ມະ​ນຸດ ແລະ ປັດ​ໄຈ​ຄວາມ​ເຊື່ອ​ໝັ້ນ. ປັດ​ໄຈ​ມະ​ນຸດ​ສຳ​ຄັນ​ທີ່​ສຸດ. ຄຽງ​ຄູ່​ກັນ​ນັ້ນ​ຕ້ອງ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ​ທີ່​ມີ​ຕໍ່​ພະ​ນັກ​ງານ”

   

ຂ່າວ/ບົດ​ອື່ນ