ສະພາແຫ່ງຊາດສະເໜີທ່ານເຈີ່ນດ້າຍກວາງດຳລົງຕຳແໜ່ງເປັນປະທານປະເທດ

ສະພາແຫ່ງຊາດສະເໜີທ່ານເຈີ່ນດ້າຍກວາງດຳລົງຕຳແໜ່ງເປັນປະທານປະເທດ - ảnh 1
ພາບປະກອບ: ທ່ານປະທານປະເທດ ເຈີ່ນດ້າຍກວາງ

(vovworld) – ຕອນ​ເຊົ້າ​ວັນ​ທີ 25/7, ບັນດາ​ສະມາຊິກສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ປະຖົມມະ​ເລີກ ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ເຮັດ​ວຽກ​ຢູ່​ຫໍ​ປະຊຸມ. ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ​ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຫົວໜ​້າຄະນະ​ປະຕິບັດ​ງານ ສສຊ ​ເຈີ່​ນວັນ​ຕູ໋ຍ ສະ​ເໜີ​ບົດ​ລາຍ​ງານ​ໝາກຜົນ​ດ້ານບຸກຄະລາ​ກອນຄື: ຮອງ​ປະທານ​ສະພາ​ຊົນ​ເຜົ່າ, ຮອງ​ຫົວໜ​້າ​ກຳມາທິການ ​ແລະ​ກຳມະການ​ປະຈຳ ​ແລະ ບັນດາ​ສະມາຊິກ​ອື່ນ​ຂອງ​ສະພາ​ຊົນ​ເຜົ່າ, ບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ. ຕໍ່​ຈາກ​ນັ້ນ, ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຕາງໜ້າ​ໃຫ້​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​​ແນະນຳ​ໃບ​ສະ​ເໜີຄາດ​ຄະ​ເນ​ບຸກຄະລາ​ກອນ​ເພື່ອ​​ໃຫ້ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​ປະທານ​ປະ​ເທດ. ທ່ານ ​ເຈີ່ນ​ດ້າຍ​ກວາງ, ກຳມະການ​ກົມ​ການ​ເມືອງ, ປະທານປະ​ເທດ ສສ ຫວຽດນາມ ອາຍຸ​ການ 2011 – 2016 ​ເປັນ​ຜູ້​ໜຶ່ງ​ດຽວ​ໄດ້​ຮັບ​ການສະ​ເໜີ​ໃນ​ບັນ​ຊີ​ລາຍ​ຊື່​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ເພື່ອ​​ເລືອ​ກຕັ້ງ​ໃຫ້ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ປະ​ເທດ ສສ ຫວຽດນາມ ອາຍຸ​ການ​ໃໝ່. ບັນດາ​ ສສຊ ປຶກສາ​ຫາລື ຢູ່​ຄະນະ​ກ່ຽວ​ກັບ​ບຸກຄະລາ​ກອນ​ເລືອກ​ຕັ້ງ​ເປັນ​ປະທານ​ປະ​ເທດ.

        ​ໃນ​ຕອນ​ບ່າຍ, ສະພາ​ແຫ່ງ​ຊາດ​ຮັບ​ຟັງ​ບົດ​ລາຍ​ງານ​ໝາກຜົນ​ດ້ານບຸກຄາ​ລາກ​ອນ ​ແລະ ​ເລືອກ​ຕັ້ງ​ປະທານ​ປະ​ເທດ​ດ້ວຍ​ການ​ປ່ອນ​ບັດ​ລັບ. ​ກໍ່​ໃນ​ຕອນ​ບ່າຍວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ອາຍຸ​ການ 2011 – 2016 ຫງວຽນ​ຊວນ​ຟຸກ ຕາງໜ້າ​ໃຫ້​ລັດຖະບານ​ສະ​​ແນະນຳ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ໂຄງ​ປະກອບ​ການຈັດ​ຕັ້ງ​ຂອງ​ລັດຖະບານອາຍຸ​ການ​ຈະ​ມາ​ເຖິງ.

 

 


ຂ່າວ/ບົດ​ອື່ນ