ສະພາແຫ່ງຊາດຫວຽດ ນາມ -ລາວຊຸກຍູ້ການ ຮ່ວມມືຮອບດ້ານ

ສະພາແຫ່ງຊາດຫວຽດ ນາມ -ລາວຊຸກຍູ້ການ ຮ່ວມມືຮອບດ້ານ - ảnh 1

ທ່ານອວງຈູ​ລຶວ ​ຢ້ຽມຢາມສະຖານທູດຫວຽດນາມປະຈຳ​ລາວ

(ພາບ: vov.vn)

(vovworld)-  ວັນ​ທີ 27/7, ຢູ່​ນະ​ຄອນ​ຫຼວງ​ວຽງ​ຈັນ, ສະພາ​ແຫ່ງ​ຊາ​ດຫວຽດນາມ ​ແລະ ລາວ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ ”​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ປະຕິບັດ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ, ການ​ເງິນ​ເງິນຕາ​ທະນາຄານ”. ນະ​ທີ່​ນີ້, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່ 3 ບັນຫາ​ໃຫ່ຍຄື: ທ່າ​ອ່ຽງພັດທະນາ​ເສດຖະກິດ ​ແລະ ນະ​ໂຍບາຍ​ການ​ລົງທຶນ​ຂອງ​ສອງ​ປະ​ເທດ; ວຽກ​ງານ​ເຂົ້າ​ເປັນ​ສະມາຊິກ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ 2015 ​ແລະ ບັນ​ຫາ​ຄຸ້ມ​ຄອງ​ເງິນຕາ. ບັນດາ​ບົດຮຽນ​ຈາກກອງ​ປະຊຸມ​ສຳ​ມະ​ນາ ​ໄດ້​ຊ່ວຍ​ໃຫ້​ສອງ​ຝ່າຍມີ​ການ​ສັງ​ເກ​ດສັງ​ລວມ ​ແລະ ມີ​ບົດຮຽນ​ຕົວ​ຈິງ​ໃນ​ການ​ບໍລິຫານ​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ, ພັດທະນາ​ເສດຖະກິດ, ຮັກສາ​ສັງ​ຄົມ​ເປັນ​ປົກກະຕິ ​ເພື່ອ​ຄວາມ​ຜາ​ສຸກ​ຂອງ ປຊຊ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ​ ​ໄຊ​ສົມ​ພອນ ​ຢືນຢັນ​ວ່າ: ກອງ​ປະຊຸມ​ສຳ​ມະ​ນາ ບໍ່​ພຽງ​ແຕ່​ຊ່ວຍ​ສອງ​ປະ​ເທດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລົງທຶນ​ເທົ່າ​ນັ້ນ ຫາກ​ຍັງຊ່ວຍ​ສະພາ​ແຫ່ງ​ຊາດ​ລາວ​ກະກຽມ​ບັນດາ​ເອກະສານ​ກົດໝາຍ, ກະກຽມ​ເຊື່ອມ​ໂຍງ​ເຂົ້າກັບ​ປະຊາ​ຄົມເສດຖະກິດ​ອາ​ຊຽນ 2015 …ສ່ວນ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລຶວ ​ເນັ້ນຫນັກ​ວ່າ: ກອງ​ປະຊຸມ​ສຳ​ມະ​ນາຄັ້ງນີ້​ຈະ​ສ້າງ​ບາດກ້າວ​ບຸກທະລຸ​ຢ່າງ​ແຮງ, ຍົກ​ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ສົມ​ກັບ​ການ​ພົວພັນ​ດ້ານ​ການ​ເມືອງ​ເທື່ອ​ລະ​ກ້າວ, ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​​ປະເທດກ້າວ​ເຂົ້າສູ່​ໄລຍະ​ໃໝ່​ທີ່​ມີ​ລັກສະນະ​ເລິກ​ເຊິ່ງ ​ແລະ ຮອບດ້ານ​ໃນ​ທຸກ​ຂົງ​ເຂດ.

   ​ໃນ​ໂອກາດ​ນີ້, ຕອນ​ເຊົ້າວັນ​ທີ28/7, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລຶວ ​ໄດ້​ໄປ​ຢ້ຽມຢາມສະຖານທູດ​, ຫົວໜ້າ​ບັນດາ​ອົງການ​ຜູ້ຕາງໜ້າຫວຽດນາມ ປະຈຳ​ລາວ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານອວງຈູ​ລຶວ ປາດ​ຖະໜາວ່າ: ສະຖານທູດ​ຫວຽດນາມ ກໍ່​ຄືບັນດາ​ອົງການ​ຜູ້ຕາງໜ້າຫວຽດນາມ ປະຈຳ​ລາວ ຈະ​ມີ​ການ​ເຄື່ອນ​ໄຫວ​ລະອຽດ, ປະກອບສ່ວນ​ເຮັດ​ໃຫ້​ສາຍ​ພົວພັນ​ຫວຽດນາມ-​ລາວ​ເລິກ​ເຊິ່ງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ​ອີກ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລຶວ ຍັງ​​ມີ​ການ​ເຮັດ​ວຽກ​ກັບ​ທະນາຄານ​ຮ່ວມ​ທຸລະ​ກິດ​ຫວຽດນາມ-​ລາວ (Lao-VietBank) ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ