ສະພາແຫ່ງຊາດຫວຽດນາມ ກະກຽມໃຫ້ແກ່ການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ໄອປາ - 42ເປັນຢ່າງດີ.

(VOVWORLD) -ຕອນບ່າຍວັນທີ 16 ສິງຫາຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ ໄດ້ເປັນປະທານກອງປະຊຸມກະກຽມຂອງຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຄັ້ງທີ 42 ຫຼື ໄອປາ - 42 ຊຶ່ງຈະຖືກຈັດຂຶ້ນທາງອອນລາຍແຕ່ວັນທີ 23 ຫາວັນທີ25 ສິງຫາໂດຍລາຊະອານາຈັກ ບຣູໄນ ປະທານ ໄອປາ - 42 ເປັນປະທານ.
ສະພາແຫ່ງຊາດຫວຽດນາມ ກະກຽມໃຫ້ແກ່ການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ໄອປາ - 42ເປັນຢ່າງດີ.  - ảnh 1 ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ  ກ່າວຄຳເຫັນທີ່ກອງປະຊຸມ

   ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ ຈະນຳໜ້າ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ໄອປາ - 42 ຕາມຄຳເຊີນຂອງປະທານສະພານິຕິບັນຍັດ ລາຊະອານາຈັກ ບຣູໄນ ປະທານ ໄອປາ - 42 ອາດຸນ ຣາມານຕາບ.

    ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ ເນັ້ນໜັກວ່າ ການທູດລັດຖະສະພາ ຕ້ອງປະກອບສ່ວນຍົກສູງຖານະບົດບາດ ແລະ ພາບພົດ ແລະ ອິດທິພົນຊື່ສຽງຂອງຫວຽດນາມໃນພາກພື້ນ ແລະ ໃນໂລກ.

    ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ ໄດ້ສະເໜີບັນດາອົງການທີ່ກ່ຽວຂ້ອງຈົ່ງຍູ້ໄວລະດັບຄວາມຄືບໜ້າໃນການກະກຽມ ແລະ ຮັບປະກັນຄຸນນະພາບ ບັນດາເນື້ອໃນເຂົ້າຮ່ວມຂອງ ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ທີ່ຈະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຄັ້ງທີ 42 ຫຼື ໄອປາ - 42. ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວເນັ້ນວ່າ  ສະພາແຫ່ງຊາດຫວຽດນາມຕ້ອງຊີ້ແຈ້ງເຖິງທັດສະນະກ່ຽວກັບການຮ່ວມມືລະຫວ່າງບັນດາລັດຖະສະພາພາຄີ ໄອປາ ແລະ ບັນດາປະເທດອາຊຽນໃນການ ປ້ອງກັນ, ສະກັດກັ້ນ ໂຄວິດ-19, ໃນນັ້ນມີການແບ່ງປັນກ່ຽວກັບວັກຊິນກັນໂຄວິດ -19

ຕອບກັບ

ຂ່າວ/ບົດ​ອື່ນ