ສະພາແຫ່ງຊາດຫວຽດນາມ ຕັ້ງໜ້າ, ເປັນເຈົ້າການໃນການຮ່ວມມືລັດຖະສະພາຫຼາຍຝ່າຍ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະສົ່ງສານເຖິງເພື່ອນມິດຢູ່ພາກພື້ນ ແລະ ປະຊາຄົມສາກົນ ກ່ຽວກັບປະເທດຫວຽດນາມ ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ
ສະພາແຫ່ງຊາດຫວຽດນາມ ຕັ້ງໜ້າ, ເປັນເຈົ້າການໃນການຮ່ວມມືລັດຖະສະພາຫຼາຍຝ່າຍ - ảnh 1ທ່ານນາງເລຂານຸການໃຫຍ່ AIPA ຫງວຽນເຕື່ອງເວີນ
(ພາບ: TTXVN)

ແຕ່ວັນທີ 23 – 25 ສິງຫາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ, ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 42 (AIPA-42) ທາງອອນລາຍ. ນີ້ແມ່ນການເຄື່ອນໄຫວພົວພັນກັບຕ່າງປະເທດຫຼາຍຝ່າຍເປັນທາງການຄັ້ງທຳອິດ ຂອງປະທານສະພາແຫ່ງຊາດຊຸດທີ XV.

ເຂົ້າຮ່ວມ AIPA-42 ດ້ວຍຫົວຂໍ້ວ່າ “ພັດທະນາການພົວພັນຮ່ວມມືລັດຖະສະພາໃນຂົງເຂດດີຈີຕອນກວມລວມ ມຸ່ງໄປເຖິງປະຊາຄົມອາຊຽນ ປີ 2025”, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະສົ່ງສານເຖິງເພື່ອນມິດຢູ່ພາກພື້ນ ແລະ ປະຊາຄົມສາກົນ ກ່ຽວກັບປະເທດຫວຽດນາມ ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ສະພາແຫ່ງຊາດຫວຽດນາມ ມີຄວາມຮັບຜິດຊອບ, ຕັ້ງໜ້າ ແລະ ເປັນເຈົ້າການໃນການຮ່ວມມືລະຫວ່າງລັດຖະສະພາຫຼາຍຝ່າຍຢູ່ພາກພື້ນ, ຮ່ວມເດີນທາງພ້ອມກັບລັດຖະບານໃນການພັດທະນາເສດຖະກິດ - ສັງຄົມ ແລະ ການປ້ອງກັນ ຕ້ານໂລກລະບາດໂຄວິດ-19.

ເມື່ອຕອບສຳພາດຕໍ່ສ່ືມວນຊົນກ່ຽວກັບບົດບາດ ແລະ ການປະກອບສ່ວນຂອງສະພາແຫ່ງຊາດ ຫວຽດນາມ ໃນວິວັດທະນາການປ່ຽນແປງໃໝ່ຂອງ AIPA, ທ່ານນາງເລນຸທິການໃຫຍ່ AIPA ຫງວຽນເຕື່ອງເວີນ ຊີ້ແຈ້ງວ່າ, ໃນຈຸດເວລາທີ່ປະສົບກັບຄວາມຫຍຸ້ງຍາກຂອງພາກພື້ນ, ສະພາແຫ່ງຊາດຫວຽດນາມ ລ້ວນແຕ່ມີການກະທຳຢ່າງທັນການ, ພ້ອມກັບລັດຖະສະພາບັນດາປະເທດສະມາຊິກ AIPA ປະກອບສ່ວນແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢູ່ພາກພື້ນ.

ຕາມທ່ານນາງເລຂານຸການໃຫຍ່ AIPA ຫງວຽນເຕື່ອງເວີນ ແລ້ວ, ບັນດາຂີດໝາຍດັ່ງກ່າວເປັນການສະແດງໃຫ້ເຫັນວ່າ ຫວຽດນາມ ມີບັນດາການປະກອບສ່ວນສຳຄັນເຂົ້າໃນວິວັດແຫ່ງການປ່ຽນແປງໃໝ່ AIPO/AIPA. ຜ່ານບັນດາການເຄື່ອນໄຫວດັ່ງກ່າວ, ຫວຽດນາມ ໄດ້ປະກອບສ່ວນຊຸກຍູ້ຄວາມສາມັກຄີ ແລະ ເປັນເອກະພາບໃນ AIPA; ປະກອບສ່ວນຍູ້ແຮງການຮ່ວມມື ແລະ ການຮ່ວມສຳພັນພາຍໃນກຸ່ມ, ສົ່ງຜົນກະທົບຢ່າງຕັ້ງໜ້າເຖິງນະໂຍບາຍ ແລະ ການປະຕິບັດກົດໝາຍຂອງບັນດາປະເທດອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ