ສະພາ​ແຫ່ງ​ຊາດ​ຫວຽດນາມ ​​ມອບ​ອຸປະກອນ​ການ​ແພດ​ໃຫ້​ລັດຖະສະພາ​ບາງ​ປະ​ເທດ

(VOVWORLD) -ທ່ານ ເລຂາທິການໃຫຍ່ ສະພາແຫ່ງຊາດ - ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຫງວຽນແຫ້ງຟຸກ ຢັ້ງຢືນວ່າ ບົນເນື້ອໃນຈິດໃຈຮ່ວມມືສາກົນ ແນໃສ່ແບ່ງເບົາຄວາມຫຍຸ້ງຍາກກັບລັດຖະສະພາບັນດາປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດ
ສະພາ​ແຫ່ງ​ຊາດ​ຫວຽດນາມ ​​ມອບ​ອຸປະກອນ​ການ​ແພດ​ໃຫ້​ລັດຖະສະພາ​ບາງ​ປະ​ເທດ - ảnh 1 ພິທີມອບອຸປະກອນການແພດໃຫ້ລັດຖະສະພາບາງປະເທດ(ພາບ: quochoi.vn)

ໂດຍໄດ້ຮັບການມອບສິດຈາກທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ - ປະທານ AIPA, ໃນລະຫວ່າງວັນທີ 11 – 14 ພຶດສະພາຜ່ານມາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ຫງວຽນແຫ້ງຟຸກ, ເລຂາທິການໃຫຍ່ ສະພາແຫ່ງຊາດ - ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ໄດ້ຕາງໜ້າໃຫ້ສະພາແຫ່ງຊາດຫວຽດນາມ ມອບອຸປະກອນການແພດໃຫ້ລັດຖະສະພາບາງປະເທດ ແລະ ອົງການລະຫວ່າງລັດຖະສະພາສາກົນ, ເຊິ່ງລວມມີ: ສະຫະພັນລັດເຊຍ, ເອເຊັກໃບຢານ, ກາຊັກສະຖານ, ເບລາຣຸດ, ຄະນະສະຫະພາບເອີຣົບ (ອີຢູ) ປະຈໍາຫວຽດນາມ, ແບນຊິກ, ບຸນກາຣີ, ເຊັກໂກ, ຝລັ່ງ, ຮຸງກາຣີ, ອີຕາລີ, ໂຮນລັງ, ຣູມານີ, ແອັດສະປາຍ, ຕວັກກີ, ອັງກິດ, ກໍາປູເຈຍ, ລາວ, ອິນໂດເນເຊຍ, ສິງກະໂປ, ຟີລິບປິນ, ມາເລເຊຍ, ຍີ່ປຸ່ນ, ອິນເດຍ, ອົດສະຕາລີ, ນິວຊີແລນ, ກູບາ, ບຣາຊີນ, ອາກຊັງຕິນ, ແມັກຊີໂກ, ຈີເລ, ເວເນຊູເອລາ ແລະ ມາຣົກ.

        ກ່າວຄໍາເຫັນທີ່ພິທີ, ທ່ານ ເລຂາທິການໃຫຍ່ ສະພາແຫ່ງຊາດ - ຫົວໜ້າຫ້ອງວ່າການສະພາແຫ່ງຊາດຫວຽດນາມ ຫງວຽນແຫ້ງຟຸກ ຢັ້ງຢືນວ່າ ບົນເນື້ອໃນຈິດໃຈຮ່ວມມືສາກົນ ແນໃສ່ແບ່ງເບົາຄວາມຫຍຸ້ງຍາກກັບລັດຖະສະພາບັນດາປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ຂໍແບ່ງປັນ ແຫຼ່ງກໍາລັງຂອງຕົນ ສ່ວນໜຶ່ງເພື່ອໜູນຊ່ວຍລັດຖະສະພາບັນດາປະເທດໃນວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ແລະ ຫວັງວ່າ ຂອງຂວັນນີ້ ຈະເພີ່ມເຕີມແຫຼ່ງກໍາລັງທັງດ້ານວັດຖຸ ແລະ ຈິດໃຈ ໄດ້ສ່ວນໃດສ່ວນໜຶ່ງເພື່ອຊ່ວຍປະຊາຊົນບັນດາປະເທດເອົາຊະນະໂລກລະບາດໂຄວິດ - 19 ໂດຍໄວ.

        ນະທີ່ນີ້, ຕາງໜ້າອົງການທຸຕານຸທູດບັນດາປະເທດ ກໍໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງ ຕໍ່ອາລົມຈິດ ແລະ ການຊ່ວຍເຫຼືອອັນລໍ້າຄ່າ ເຊິ່ງສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມໄດ້ສະຫງວນໃຫ້ແກ່ລັດຖະສະພາ ແລະ ປະຊາຊົນບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ